Saturday, March 24, 2012

ການພັດທະນາຊົນນະບົດຮອບດ້ານ

ພາກພື້ນອາຊຽນ+3 ຫາລື ການພັດທະນາຊົນນະບົດຮອບດ້ານ
*(ຂປລ): ຄະນະຊີ້ນຳພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ແລະ ກະຊວງ ການຕ່າງປະເທດ ຮ່ວມກັບ ອົງການສະຫະປະຊາຊາດເພື່ອ ການພັດທະນາປະຈຳ ສປປ ລາວ ແລະ ກອງເລຂາອາຊຽນໄດ້ຈັດກອງປະຊຸມສຳມະນາພາກພື້ນອາຊຽນກ່ຽວກັບການພັດທະນາຊົນນະບົດຮອບດ້ານ ເພື່ອ ເປັນການແລກປ່ຽນບົດຮຽນ, ປະສົບການ ລະຫວ່າງ ບັນດາປະເທດ ອາຊຽນ+3 ກ່ຽວກັບການພັດທະນາ ຊົນນະບົດຮອບດ້ານ ແລະ ຄົ້ນຄວ້າລົງເລິກ ບາງ ບັນຫາພົ້ນເດັ່ນຢູ່ ສປປ ລາວ ກໍຄື ພາກພື້ນເປັນຕົ້ນ: ການຢຸດຕິ ການຖາງປ່າເຮັດໄຮ່ທຳລາຍສະພາບແວດລ້ອມ, ການພັດທະນາຊົນນະບົດແບບຍືນຍົງ, ການ ສ້າງຕັ້ງກອງ ທຶນພັດທະນາບ້ານ ເພື່ອແກ້ໄຂຄວາມທຸກຍາກ ແລະ ການຊຸກຍູ້ສົ່ງເສີມພາກສ່ວນເສດຖະກິດ ເຂົ້າໄປລົງທຶນ ຢູ່ເຂດຊົນນະບົດຫ່າງໄກສອກ ຫລີກ ແລະ ບັນຫາອື່ນໆ, ນອກນີ້ ຍັງເປັນການຮັດແໜ້ນຄວາມສາມັກຄີ, ຄວາມ ເຂົ້າອົກເຂົ້າໃຈ ແລະ ສາຍພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນຂອງບັນ ດາ ປະ ເທດສະມາຊິກອາຊຽນ ພ້ອມທັງ ເປັນການຍຸກຍູ້ສົ່ງເສີມວຽກງານພັດທະນາຊົນນະບົດຮອບດ້ານ ແລະ ຫລຸດຜ່ອນຄວາມແຕກໂຕນ ກັນ ລະຫວາງ່ ຊົນນະ ບົດກັບຕົວເມືອງ ແລະ ຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງ ບັນ ດາປະເທດສະມາຊິກເກົ່າຂອງອາຊຽນ ກັບບັນດາປະເທດສະມາຊິກໃໝ່ ເພື່ອປະກອບສ່ວນເຂົ້າໃນການສ້າງ ຕັ້ງປະຊາຄົມອາຊຽນ ໃຫ້ສຳເລັດໃນປີ 2015.
ການທີ່ ສປປ ລາວ ໄດ້ຮັບມອບໝາຍຈັດຕັ້ງກອງປະຊຸມສຳຄັນຄັ້ງນີ້ ແມ່ນໄດ້ສະແດງໃຫ້ເຫັນເຖິງ ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກບັນດາປະເທດອາຊຽນ ແລະ ເປັນການປະກອບສ່ວນເຮັດໃຫ້ບົດບາດ ຂອງ ສປປ ລາວ ພົ້ນເດັ່ນຂຶ້ນ ໃນເວທີສາກົນຕື່ມອີກ ທັງເປັນການສົ່ງເສີມຄວາມເຂົ້າໃຈ ຂອງບັນດາປະເທດ ອາ ຊຽນກໍຄືອົງການສາກົນ ຕໍ່ສະພາບຄວາມເປັນຈິງກ່ຽວກັບການພັດທະນາຊົນນະບົດ ແລະ ລືບລ້້າງຄວາມ ທຸກຍາກຢູ່ ສປປ ລາວ ຕໍ່ແນວທາງນະໂຍບາຍ ແລະ ຄວາມພະຍາມຂອງພັກ ແລະ ລັດຖະບານ, ຄວາມເປັນ ເຈົ້າການຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ກັບຄວາມທຸກຍາກ ແລະ ຄວາມດ້ອຍພັດທະ ນາ ພ້ອມທັງ ເປັນການສ້າງເງື່ອນໄຂອັນດີ ໃຫ້ແກ່ການຍາດແຍ່ງການສະໜັນສະໜູນ ແລະ ການຊ່ວຍເຫລືອເພື່ອປະກອບ ສ່ວນ ເຂົ້າໃນການຈັດຕັ້ງປະ ຕິບັດ ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຕິດພັນ ກັບ ການສ້າງບ້ານ ແລະ ກຸ່ມບ້ານພັດທະນາໃຫເປະກົດຜົນເປັນຈິງ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2010 ທີ່ໂຮງແຮມລາວພາຊາ, ນະຄອນຫລວງ ວຽງຈັນ ໂດຍມີທ່ານ ເມກ ພັນລັກ, ລັດຖະມົນຕີຊ່ວຍປະ ຈຳ ສຳນັກງານນາຍົກລັດຖະມົນຕີ, ຮັກສາການຄະນະ ຊີ້ນຳພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ, ມີຜູ້ຕາງໜ້າອົງການ ສະຫະປະ ຊາຊາດ ປະ ຈຳລາວ, ບັນດຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ປະເທດ+ 3 (ສປ ຈີນ, ສ ເກົາຫລີ ແລະ ຍີ່ປຸ່ນ) ແລະ ພາກສ່ວນ ທີ່ກ່ຽວ ຂ້ອງເຂົ້າຮ່ວມ./.

ປະເທດສະມາຊິກອາຊຽນ


ບະ​ຫລູ​ໄນ ດາ​ລຸດ​ຊາ​ລາມ (Brunei Darussalam)

ຊື່​ທາງ​ການ : ເນ​ກາຣ​າບ​ຣູໄນ ດາ​ລຸດ​ຊາ​ລາມ (Negara Brunei Darussalam ແປ​ວ່າ ດິນແດນ​ແຫ່ງ​ຄວາມສະຫງົບສຸກ)
ທີ່​ຕັ້ງ: ທາງ​ຕະເວັນ​ຕົກ​ສຽງ​ເໜືອ​ຂອງ​ເກາະ​ບອລ໌​ນຽວ (ລະ​ຕິ​ຈູດ​ທີ່ 5 ເໜືອ​ເສັ້ນ​ສູນ​ສູດ) ແບ່ງ​ເປັນ​ສີ່​ເຂດຄື: ເຂດ Brunei Muara, ເຂດ Belait, ເຂດ Temburong ແລະ ​ເຂດ Tutong.
ພື້ນ​ທີ່: 5,765 ຕາ​ລາງ​ກິ​ໂລ​ແມັດ ໂດຍ​ພື້ນ​ທີ່​ຮ້ອຍ​ລະ 70 ເປັນ​ປ່າ​ໄມ້​ເຂດ​ຮ້ອນ
ເມືອງ​ຫລວງ:ບັນ​ດາລ໌ ເສ​ລີ ເບ​ກາ​ວັນ (Bandar Seri Begawan)
ປະຊາກອນ: 370,00 ຄົນ (2548) ປະກອບ​ດ້ວຍ ມາ​ເລີ໌ຍ (66%) ຈີນ (11%) ແລະ​ອື່ນໆ(23%)ມີ​ອັດຕາ​ການ​ເພີ່ມ​ຂອງ​ປະຊາກອນ​ປີ​ລະ2%
ພູ​ມິ​ອາ​ກາດ: ອາ​ກາດ​ໂດຍ​ທົ່ວ​ໄປ​ຄ່ອນ​ຂ້າງ​ຮ້ອນ​ຊື້ນ ມີ​ປະລິມານ​ຝົນ​ຕົກ​ຄ່ອນ​ຂ້າງ​ຫລາຍ ອຸນຫະພູມ​ສະເລ່ຍ28ອົງ​ສາ​
ພາສາ: ພາສາ​ມາ​ເລ (Malay ຫລື Bahasa Melayu) ເປັນ​ພາສາ​ລາຊະການ ຮອງ​ລົງ​ມາ​ເປັນ​ພາສາ​ອັງ​ກິດແລະ​ພາສາ​ຈີນ
າດສະຫນາ : ສາດສະຫນາ​ປະຈຳ​ຊາດ ຄື ສາດສະຫນາ​ອິດ​ລາມ (67%) ສາດສະຫນາ​ອື່ນໆ ໄດ້​ແກ່ ສາດສະຫນາ​ພຸດ​ (13%) ສາດສະຫນາ​ຄິດ (10%) ແລະ​ຮິນ​ດູ
ສະ​ກຸນ​ເງີນ : ດອນ​ລາລ໌​ບະ​ຫລູ​ໄນ (Brunei Dollar : BND) ອັດຕາ​ແລກ​ປ່ຽນ​ປະ​ມານ (ຊື້) 22.9 ບາດ/ 1 ດອນ​ລາລ໌​ບະ​ຫລູ​ໄນ (ຂາຍ) 23.5 ບາດ/ 1 ດອນ​ລາລ໌​ບະ​ຫລູ​ໄນ (ຄ່າ​ເງີນ​ບຣູໄນ​ມີ​ຄວາມຫມັ້ນຄົງ​ແລະ​ໃຊ້​ອັດຕາ​ແລກ​ປ່ຽນ​ດຽວ​ກັບ​ເງີນ​ສິ​ງກະໂປ ແລະ​ ສາ ມາດ​ໃຊ້​ເງີນ​ສິ​ງກະໂປໃນ​ບຣູໄນ​ໄດ້​ທົ່ວ​ໄປ)
ລະບອບ​ການ​ປົກຄອງ : ສົມ​ບູນ​ນາ​ຍາ​ສິດ​ທິ​ລາດຍ໌ ໂດຍ​ມີ​ສົມ​ເດັດ​ພະ​ລາ​ຊາ​ທິບໍ​ດີ​ຮັດ​ຍີ ຮັດ​ຊາ​ນັນ​ໂບນ​ກຽຫ໌ ມູ​ອິ​ຊະ​ຊັດ​ດິນ ວັດ​ເດົາ​ລະຫ໌ (His Majesty Sultan Haji Hassanal Bolkiah Mu’izzaddin Waddaulah) ຊົງ​ເປັນ​ອົງ​ພະ​ປະ​ມຸກ​ຂອງ​ປະເທດ​ຕັ້ງ​ແຕ່​ວັນທີ່ 5 ຕຸລາ 2510

  • ລັດ​ທຳ​ນູນ​ສະບັບ​ວັນທີ່ 1 ມັງກອນ 2527 ກຳນົດ​ໃຫ້​ສົມ​ເດັດ​ພະ​ລາ​ຊາ​ທິບ​ດີ​ຊົງ​ເປັນ​ອະ​ທິ​ປັດຄື ເປັນ​ທັງ​ປະ​ມຸກ​ແລະ​ນາຍົກລັດຖະມົນຕີ
  • ສົມ​ເດັດ​ພະ​ລາ​ຊາ​ທິບໍ​ດີ​ອົງປະຈຸບັນ​ຍັງ​ຊົງ​ດຳ​ລົງ​ຕຳແໜ່ງ​ລັດ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງກັນປະເທດ​ແລະ​ລັດ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງີນ​ດ້ວຍ
  • ທັງ​ນີ້ ນາຍົກລັດຖະມົນຕີ​ຈະ​ຕ້ອງ​ເປັນ​ຊາ​ວບ​ລູ​ໄນ ເຊື້ອສາຍ​ມາ​ເລ​ໂດຍ​ກຳ​ເນີດ ແລະ​ຈະ​ຕ້ອງ​ນັບ​ຖື​ສາດສະຫນາ​ອິດ​ລາມ​ນິ​ກາຍ​ສຸ​​ໜີ່



ກຳ​ພູ​ຊາ (Cambodia)


ຊື່​ທາງ​ການ : ລາຊະ​ອານາຈັກ​ກຳ​ປູເຈຍ (Kingdom of Cambodia)
ທີ່​ຕັ້ງ : ກຳ​ພູ​ຊາ​ຕັ້ງ​ຢູ່​ກາງ​ພູມິພາກ​ເອ​ເຊຍ​ຕະເວັນ​ອອກ​ສຽງ​ໃຕ້ ມີ​ພົມ​ແດນ​ທິດ​ເໜືອ​ຕິດ​ກັບ​ປະເທດ​ໄທ (ແຂວງ​ອຸ​ບົນ​ລາດ​ທາ​ນີ ສີ​ສະ​ເກດ ສຸ​ລິ​ນ ແລະ​ບຸ​ລີ​ລຳ) ແລະ​ລາວ (ແຂວງ ອັດ​ຕະ​ປື​ແລະ​ຈຳ​ປາ​ສັກ) ທິດ​ຕະເວັນ​ອອກ​ຕິດ ຫວຽດ​ນາມ (ແຂວງ​ກອນ​ທູມ, ເປ​ກູ, ຊາ​ລາຍ ສ່ອງ​ແບ໋, ເຕີຍ​ນິນ, ລອງ​ອານ, ດົ່ງ​ທ໊າ​ບ, ອັນ​ຊາງ ແລະ ​ກຽງ​ຊາງ) ທິດ​ຕະເວັນ​ຕົກ​ຕິດ​ປະເທດ​ໄທ (ແຂວງ​ສະ​ແກ້ວ ຈັນ​ທະ​ບຸ​ລີ ແລະ​ ຕາດ) ແລະ​ທິດ​ໃຕ້​ຕິດ​ອ່າວ​ໄທ
ພື້ນ​ທີ່ : ຂະໜາດ​ກວ້າງ 500 ກິ​ໂລ​ແມັດ ຍາວ 450 ກິ​ໂລ​ແມັດ ມີ​ພື້ນ​ທີ່​ທັງ​ໝົດ 181,035 ຕາ​ລາງ​ກິ​ໂລ​ແມັດ ຫລື​ມີ​ຂະໜາດ​ປະ​ມານ 1 ໃນ 3 ຂອງ​ປະເທດ​ໄທ ເສັ້ນ​ເຂດ​ແດນ​ໂດຍ​ຮອບ​ປະເທດ​ຍາວ​ປະ​ມານ 2,000 ກິ​ໂລ​ແມັດ ໂດຍ​ມີ​ເສັ້ນ​ເຂດ​ແດນ​ຕິດ​ຕໍ່​ກັບ​ປະເທດ​ໄທ​ຍາວ 798 ກິ​ໂລ​ແມັດ
ເມືອງ​ຫລວງ:ພະ​ນົມ​ເປັນ(PhnomPenh)
ປະຊາກອນ : 14.1 ລ້ານ​ຄົນ (ປີ 2548) ປະກອບ​ດ້ວຍ ຊາວ​ຂະເຫມັນ​ 94% ຊາວ​ຈີນ 4% ແລະ​ອື່ນໆ 2% ມີ​ອັດຕາ​ການ​ເພີ່ມ​ຂອງ​ປະຊາກອນ​ສະເລ່ຍ ​2% ຕໍ່​ປີ
ພູ​ມິ​ອາ​ກາດ : ຮ້ອນ​ຊື້ນ ມີ​ລະດູ​ຝົນ​ຍາວນານ ອຸນຫະພູມ​ໂດຍ​ສະເລ່ຍ 20 - 36 ອົງ​ສາ​
ພາສາ : ພາສາ​ຂະເຫມັນ​ເປັນ​ພາສາ​ທາງການ ສ່ວນ​ພາສາ​ທີ່​ໃຊ້​ໂດຍ​ທົ່ວ​ໄປໄດ້​ແກ່ ອັງ​ກິດ​ ຝຣັງ,ຫວຽດ​ນາມ,ຈີນ.
ສາດສະຫນາ : ສາດສະຫນາ​ປະຈຳ​ຊາດ ຄື ສາດສະຫນາ​ພຸດ​ ນິ​ກາຍ​ເຖ​ລະວາດ (ແຍກ​ເປັນ 2 ນິ​ກາຍ​ຍ່ອຍຄື: ທຳ​ຍຸດຕິ​ນິ​ກາຍ​ແລະ​ມະຫາ​ນິ​ກາຍ) ແລະ​ສາດສະຫນາ​ອື່ນໆ ເຊັ່ນສາ ສະຫນາ​ອິດ​ລາມ​ແລະ​ສາດສະຫນາ​ຄິດ.
ສະ​ກຸນ​ເງີນ : ເງີນ​ລຽນ (Riel : KHR) ອັດຕາ​ແລກ​ປ່ຽນ 4,000 ລຽນ​ເທົ່າ​ກັບ 1 ດອນ​ລາລ໌​ສະ​ຫລັດຫລື​ປະ​ມານ100ລຽນເທົ່າ​ກັບ1ບາດ.
ລະບອບ​ການ​ປົກຄອງ : ປະ​ຊາ​ທິປະໄຕ​ແບບ​ລັດຖະ​ສະພາ ໂດຍ​ມີ​ພະ​ມະຫາ​ກະສັດ​ເປັນ​ປະ​ມຸກ​ພາຍໃຕ້​ລັດ​ຖະທຳມະ​ນູນ

  • ພະ​ມະຫາ​ກະສັດຄື ພະ​ບາດ​ສົມ​ເດັດ​ພະ​ບໍ​ລົມ​ນໍ​ໂຣດົ​ມ ສີ​ໝຸ​ນີ (His Majesty Preah Bat Samdech Preah Boromneath Norodom Sihamoni) ສະເດັດ​ຂຶ້ນ​ຄອງ​ລາດຍ໌​ເມື່ອ ວັນທີ່ 14 ຕຸລາ 2547
  • ນາຍົກລັດຖະມົນຕີຄື: ສົມ​ເດັດ​ຮຸນ ເຊນ (Samdech Hun Sen)

ອິນ​ໂດ​ນີ​ເຊຍ (Indonesia)


ຊື່​ທາງ​ການ : ສາທາລະນະ​ລັດ​ອິນ​ໂດ​ເນ​ເຊຍ (Republic of Indonesia)
ທີ່​ຕັ້ງ : ຢູ່ໃນ​ພູມິພາກ​ເອ​ເຊຍ​ຕະເວັນ​ອອກ​ສຽງ​ໃຕ້ ໂດຍ​ຕັ້ງ​ຢູ່​ເທິງ​ເສັ້ນ​ທາງ​ເຊື່ອມ​ຕໍ່​ລະຫວ່າງ​ມະຫາ​ມຸດປາ​ຊິ​ຟິກ​ກັບ​ມະຫາ​ສະມຸດ​ອິນ​ເດຍ ແລະ ​ເປັນ​ສະພານ​ເຊື່ອມ​ລະຫວ່າງ​ທະ​ວີບ​ເອ​ຊີ​ກັບ​ອອສ໊ເຕ​ເລຍ ເຮັດໃຫ້​ອິນ​ໂດ​ນີ​ເຊຍ​ສາມາດ​ຄວບ​ຄຸມ​ເສັ້ນ​ທາງ​ການ​ຕິດ​ຕໍ່​ລະຫວ່າງ​ມະຫາ​ສະມຸດ​ທັງ​ສອງຜ່ານ​ຊ່ອງ​ແຄບ​ທີ່​ສຳຄັນ​ຕ່າງໆເຊັ່ນ: ຊ່ອງ​ແຄບ​ມະ​ລະ​ກາ, ຊ່ອງ​ແຄບ​ຊຸນ​ດາ ແລະ​ ຊ່ອງ​ແຄບ​ລັອມ​ບອກ ຊຶ່ງ​ເປັນ​ເສັ້ນ​ທາງ​ຂົນ​ສົ່ງ​ນ້ຳ​ມັນ​ຈາກ​ຕະເວັນ​ອອກ​ກາງ​ມາຍັງ​ປະເທດ​ໃນ​ພູມິພາກ​ອາ​ຊີ​ຕາເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ຕາເວັນ​ອອກ
ພື້ນ​ທີ່ : 1,890,754 ຕາ​ລາງ​ກິ​ໂລ​ແມັດ ເປັນ​ປະເທດ​ໝູ່​ເກາະ​ທີ່​ມີ​ຂະໜາດ​ໃຫຍ່​ທີ່ສຸດ​ໃນ​ໂລກ ປະກອບ​ດ້ວຍ​ເກາະ​ໃຫຍ່​ນ້ອຍ ກວ່າ 17,508 ເກາະ ລວມ​ຢູ່ໃນ​ພື້ນ​ທີ່ 4 ສ່ວນ ຄື

  • ໝູ່​ເກາະ​ຊຸນ​ດາ​ໃຫຍ່ ປະກອບ​ດ້ວຍ ເກາະ​ຊວາ, ສຸ​ມາດຕາ, ບອລ໌​ນຽວ ແລະ​ ສຸ​ລາ​ເວ​ສີ
  • ໝູ່​ເກາະ​ຊຸນ​ດາ​ນ້ອຍ ປະກອບ​ດ້ວຍ​ເກາະ​ນ້ອຍ​ໆ ທີ່​ຕັ້ງ​ຢູ່​ທາງ​ຕະເວັນ​ອອກ​ຂອງ​ເກາະ​ຊະວາ ມີ​ເກາະ​ບາ​ຫລີ, ລອມ​ບອກ, ຊຸມ​ບາ​ວາ, ຊຸມ​ບາ, ຟອນ​ເລດ ແລະ​ ຕິ​ມອລ໌
  • ໝູ່​ເກາະ​ມາ​ລຸ​ກຸ ຫລື ໝູ່​ເກາະ​ເຄື່ອງ​ເທດ ຕັ້ງ​ຢູ່​ລະຫວ່າງ​ສຸ​ລາ​ເວ​ສີ ກັບ​ອິ​ຮຽນ​ຈາ​ຢາ​ເທິງ​ເກາະ ນິວ​ກີ​ນີ
  • ອີ​ຮຽນ​ຈາ​ຢາ ຢູ່​ທາງ​ທິດ​ຕະເວັນ​ຕົກ​ຂອງ​ປາ​ປົວ​ນິວ​ກິນີ

ເມືອງ​ຫລວງ:ຈາ​ກາລ໌​ຕາ(Jakarta)
ປະຊາກອນ : ປະ​ມານ 220 ລ້ານ​ຄົນ ປະກອບ​ດ້ວຍ ຊົນ​ພື້ນ​ເມືອງ​ຫລາກ​ຫລາຍ​ກຸ່ມ ຊຶ່ງ​ເວົ້າ​ພາສາ​ຕ່າງ​ກັນ​ກວ່າ 583 ພາສາ, 61% ອາໄສ​ຢູ່​ເທິງ​ເກາະ​ຊວາ.
ພູ​ມິ​ອາ​ກາດ : ມີ​ອາ​ກາດ​ຮ້ອນ​ຊື້ນ​ແບບ​ສູນ​ສູດ ປະກອບ​ດ້ວຍ 2 ລະດູຄື: ລະດູ​ແລ້ງ (ພຶດສະພາ-ຕຸລາ)ແລະລະດູ​ຝົນ(ພະຈິກ-ເມ​ສາ)
ພາສາ : ພາສາ​ທາງ​ການ​ແລະ​ພາສາ​ປະຈຳ​ຊາດໄດ້​ແກ່ ພາສາ​ອິນ​ໂດ​ເນ​ເຊຍ ຫລື Bahasa Indonesia
ສາດສະຫນາ : ຊາວ​ອິນ​ໂດ​ເນ​ເຊຍ​ 87% ນັບ​ຖື​ສາດສະຫນາ​ອິດ​ລາມ 6% ນັບ​ຖື​ສາດສະຫນາ​ຄິດຕ໌​ນິ​ກາຍ​ໂປ​ແຕດ​ແຕນທ໌ 3.5% ນັບ​ຖື​ສາດສະຫນາ​ຄິດຕ໌​ນິ​ກາຍ​ແຄ​ທໍ​ລິກ 1.8% ນັບ​ຖື​ສາດສະຫນາ​ຮິນ​ດູ ແລະ​ 1.3% ນັບ​ຖືສາດສະຫນາ​ພຸດ​
ສະ​ກຸນ​ເງີນ : ລູ​ປຽດຫ໌ (Rupiah : IDR) ອັດຕາ​ແລກ​ປ່ຽນ​ປະ​ມານ (ຊື້) 2.87 ບາດ / 1,000 ລູ​ປຽດຫ໌ (ຂາຍ) 3.32 ບາດ / 1,000 ລູ​ປຽຫ໌ (ມັງກອນ 2552)
ລະບອບ​ການ​ປົກຄອງ : ປະ​ຊາ​ທິປະໄຕ ທີ່​ມີ​ປະ​ທາ​ນາ​ທິບ​ດີ​ເປັນ​ປະ​ມຸກ ແລະ ​ຫົວ​ໜ້າ​ຝ່າຍ​ບໍລິຫານ

  • ປະ​ທາ​ນາ​ທິບ​ດີຄື: ດຣ ຊູ​ຊິ​ໂລ ບຳ​ບັງ ຍູ​ໂດ​ໂຍ​ໂນ (Susilo Bambang Yudhoyono) (ຕຸລາ 2547)

ລາວ (Laos)

ຊື່​ທາງ​ການ : ສາທາລະນະ​ລັດ​ ປະ​ຊາ​ທິປະໄຕ ​​ປະຊາຊົນ​ລາວ (The Lao People's Democratic Republic)
ທີ່​ຕັ້ງ : ເປັນ​ປະເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ມີ​ພົມ​ແດນ​ຕິດ​ຈີນ​ແລະ​ພະ​ມ່າ​ທາງ​ທິດ​ຕະເວັນ​ຕົກ​ສຽງ​ເໜືອ, ຕິດ​ຕໍ່​ກັບ​ຫວຽດ​ນາມ​ທາງ​ທິດ​ຕະເວັນ​ອອກ, ຕິດ​ຕໍ່​ກັບ​ກຳ​ປູເຈຍ​ທາງ​ທິດ​ໃຕ້ ແລະ​ຕິດ​ຕໍ່​ກັບ​ປະເທດ​ໄທ​ທາງ​ທິດ​ຕະເວັນ​ຕົກ ພື້ນ​ທີ່: 236,800 ຕາ​ລາງ​ກິ​ໂລ​ແມັດ ແບ່ງ​ເປັນ 16 ແຂວງ ແລະ 1 (ນະຄອນ​ຫລວງ​ວຽງ​ຈັນ​ທົນ໌)
ເມືອງ​ຫລວງ : ນະຄອນ​ຫລວງວຽງ​ຈັນ​ (Vientiane) (ເປັນ​ເຂດ​ເມືອງ​ຫລວງ​ ສ່ວນ ແຂວງ​ວຽງ​ຈັນ​ທົ​ເປັນ​ອີກ​ແຂວງ​ໜຶ່ງ​ທີ່​ຢູ່​ຕິດ​ກັບ​ນະຄອນ​ຫລວງ​ວຽງ​ຈັນ​)
ປະຊາກອນ : 5.6 ລ້ານ​ຄົນ (ປີ 2548) ປະກອບ​ດ້ວຍ ລາວ​ລຸ່ມ​ 68% ລາວ​ເທີງ​ 22% ລາວ​ສູງ​ 9% ລວມ​ປະ​ມານ 49 ຊົນ​ເຜົ່າ
ພູ​ມິ​ອາ​ກາດ : ອຸນຫະພູມ​ເສ​ລີ່ຍ 29-33 ອົງ​ສາ ຕ່ຳ​ສຸດ 10 ອົງ​ສາ ປະລິມານ​ຝົນ​ຕົກ​ສະເລ່ຍ 1,715 ມມ. ຕໍ່​ປີ ຄວາມ​ຊື້ນ 70-80 %
ພາສາ : ພາສາ​ລາວ​ເປັນ​ພາສາ​ທາງການ
ສາດສະຫນາ : 75% ນັບ​ຖື​ສາດສະຫນາ​ພຸດ​, 16-17% ນັບ​ຖື​ຜີ ທີ່​ເຫລືອ​ນັບ​ຖື​ສາດສະຫນາ​ຄິດຕ໌ (ປະ​ມານ 100,000 ຄົນ) ແລະ​ອິດ​ລາມ (ປະ​ມານ 300 ຄົນ)
ສະ​ກຸນ​ເງີນ : ກີບ (Kip) ອັດຕາ​ແລກ​ປ່ຽນ 1 ບາດ: 276 ກີບ (ພຶດສະພາ 2551)
ລະບອບ​ການ​ປົກຄອງ : ລະບົບ​ການ​ປົກຄອງ​ແບບ​ສັງຄົມ​ນິຍົມ​ຄອມ​ມູ​ນິດ (ທາງ​ການ​ລາວ​ໃຊ້​ຄຳ​ວ່າ ລະບອບ​ປະ​ຊາ​ທິປະໄຕ​ປະຊາຊົນ) ໂດຍ​ພັກ​ການ​ເມືອງ​ດຽວ​ເປັນ​ອົງ​ກອນ​ຊີ້​ນຳ​ປະເທດ ຄື​ພັກ​ປະຊາຊົນ​ປະຕິວັດ​ລາວ ມີ​ອຳນາດ​ສູງ​ສຸດ​ຕັ້ງ​ແຕ່​ລາວ​ເລີ່ມ​ປົກຄອງ​ໃນ​ລະບອບ​ສັງຄົມ​ນິຍົມ ເມື່ອ 2 ທັນວາ ພ. ສ.1975

  • ປະ​ມຸກ ປະ​ທານ​ປະເທດ (ໃນ​ພາສາ​ລາວ ໝາຍ​ເຖິງ ຕຳແໜ່ງ​ປະ​ທາ​ນາ​ທິບໍ​ດີ) ຄື ພົນ​ໂທ ຈູມ​ມະ​ລີ ໄຊ​ຍະ​ສອນ (8 ມິ​ຖຸ​ນາຍ​ນ ພ. ສ. 2549)
  • ຫົວ​ໜ້າ​ລັດຖະບານນາຍົກລັດຖະມົນຕີຄື ສະຫາຍ ທອງສິງ ທຳມຳວົງ

ມາ​ເລ​ເຊຍ (Malaysia)

ຊື່​ທາງ​ການ : ມາ​ເລ​ເຊຍ (Malaysia)
ທີ່​ຕັ້ງ : ຕັ້ງ​ຢູ່ໃນ​ເຂດ​ເສັ້ນ​ສູນ​ສູດ ປະກອບ​ດ້ວຍ​ດິນແດນ​ສອງ​ສ່ວນ ໂດຍ​ມີ​ທະ​ເລ​ຈີນ​ໃຕ້​ກັ້ນ

  • ສ່ວນທຳອິດຄື: ມາ​ເລ​ເຊຍ​ຕະເວັນ​ຕົກ ຕັ້ງ​ຢູ່​ເທິງ​ຄາບ​ທະເລ​ມະ​ລາ​ຍູ ມີ​ພົມ​ແດນ​ທິດ​ເໜືອ​ຕິດ​ປະເທດ​ໄທ ແລະ​ທິດ​ໃຕ້​ຕິດ​ກັບ​ສິ​ງກະ​ໂປ໌ ປະກອບ​ດ້ວຍ 11 ລັດຄື ປະ​ຫັງ ສະ​ຫລັງ​ງອລ໌, ເນ​ກີ​ເຊມ​ບິ​ລັນ, ມະ​ລະ​ກາ, ຍະ​ໂຮລ໌, ເປະ, ກັນ​ຕັນ, ຕັງ​ກາ​ນູ, ປີ​ນັງ, ເກ​ດະຫ໌, ແລະ​ປະ​ລິດ.
  • ສ່ວນ​ທີ່​ສອງ ຄື ມາ​ເລ​ເຊຍ​ຕະເວັນ​ອອກ ຕັ້ງ​ຢູ່​ທາງເຫນືອ​ຂອງ​ເກາະ​ບອລ໌​ນຽວ (ກາ​ລິ​ມັນ​ຕັນ) ມີ​ພົມ​ແດນ​ທິດ​ໃຕ້​ຕິດ​ອິນ​ໂດ​ນີ​ເຊຍ ແລະ​ມີ​ພົມ​ແດນ​ລ້ອມ​ຮອບ​ປະເທດ​ບຣູ​ໄນ ປະກອບ​ດ້ວຍ 2 ລັດ ຄື: ຊາ​ບາຫ໌ ແລະ ​ຊາ​ລາ​ວັກ
  • ນອກ​ຈາກ​ນີ້​ຍັງມີ​ເຂດ​ການ​ປົກຄອງ​ພາຍໃຕ້​ສະ​ຫະ​ພັນ​ທະ​ລັດ​ອີກ 3 ເຂດຄື: ເມືອງ​ກົວ​ລາ​ລຳ​ເປີ (ເມືອງ​ຫລວງ) ເມືອງ​ປຸ​ຕາ​ຈາ​ຢາ (ເມືອງ​ທາງ​ການ) ແລະ​ເກາະ​ລາ​ບວນ

ພື້ນ​ທີ່:330,257ຕາ​ລາງ​ກິ​ໂລ​ແມັດ
ເມືອງ​ຫລວງ:​ກົວ​ລາ​ລຳ​ເປີລ໌(KualaLumpur)
ປະຊາກອນ : 26.24 ລ້ານ​ຄົນ (ປີ 2549) ປະກອບ​ດ້ວຍ ຊາວ​ມາ​ເລ​ກວ່າ 40% ທີ່​ເຫລືອ​ອີກ​ກວ່າ 33% ເປັນ​ຊາວ​ຈີນ ອີກ 10% ເປັນ​ຊາວ​ອິນ​ເດຍ ອີກ 10% ເປັນ​ຊົນ​ພື້ນ​ເມືອງ​ເທິງ​ເກາະ​ບອລ໌​ນຽວອີກ5%ເປັນ​ຊາວ​ໄທແລະ​ອື່ນໆ​ອີກ2%.
ພູ​ມິ​ອາ​ກາດ:ຮ້ອນ​ຊື້ນອຸນຫະພູມ​ສະເລ່ຍ28ອົງ​ສາ.
ພາສາ : ມາ​ເລ (Bahasa Malaysia ເປັນ​ພາສາ​ທາງ​ການ) ອັງ​ກິດ, ຈີນ.
ສາດສະຫນາ : ອິດ​ລາມ (ສາດສະຫນາ​ປະຈຳ​ຊາດ 60.4%) ພຸດ​ (19.2%) ຄິດຕ໌ (11.6%) ຮິນດູ(6.3%)ອື່ນໆ(2.5%).
ສະ​ກຸນ​ເງີນ : ລິງ​ກິດ​ມາ​ເລ​ເຊຍ (Malaysian Ringgit : MYR) ອັດຕາ​ແລກ​ປ່ຽນ​ປະ​ມານ (ຊື້) 9.25 ບາດ/ 1 ລິງ​ກິດ (ຂາຍ) 10 ບາດ/ 1 ລິງ​ກິດ (ມັງກອນ 2552)
ລະບອບ​ການ​ປົກຄອງ : ປະ​ຊາ​ທິປະໄຕ​ໃນ​ລະບົບ​ລັດ​ຖະສະພາ (Parliamentary Democracy)

  • ປະ​ມຸກ ຄື ສົມ​ເດັດ​ພະ​ລາ​ຊາ​ທິບໍດີ​ສຸນ​ຕ່ານ ມີ​ຊານ ໄຊ​ນັນ ອາ​ບິ​ດີນ (ຊື່​ເຕັມ: ອັນ ວາ​ຕິ​ກູນ
    ບິນ​ລາຫ໌ ຕວນ​ກູ ມິ​ຊານ ໄຊ​ນັນ ອາ​ບິ​ດີນ ອິບ​ນີ ອັນ​ມາລ໌​ຮຸມ ສຸນ​ຕ່ານ ມາຫ໌​ມັດ
    ອັນ ມັກ​ຕາ​ຟິ ບິນ​ລາຫ໌ ຊາຫ໌ ພາສາ​ອັງ​ກກິດ: DYMM Al-Wathiqu Billah Tuanku Mizan Zainal Abidin Ibni Al-Marhum Sultan Mahmud Al-Muktafi Billah Shah) ຈາກ​ລັດ​ຕັງ​ກາ​ນູ ຊົງ​ເປັນ​ສົມ​ເດັດ​ພະ​ລາ​ຊາ​ທິບໍດີ​ອົງ​ທີ່ 13 ຂອງ​ມາ​ເລ​ເຊຍ (ຕັ້ງ​ແຕ່​ວັນທີ່ 13 ທັນວາ 2549)
  • ນາຍົກ-ລັດຖະມົນຕີຄື ດາ​ໂຕະ ຊະ​ລີ ອັບ​ດຸນ​ລາຫ໌ ບິນ ຮາ​ຈິ ອາ​ໝັດ ບາ​ດາ​ວີ (Dato' Seri Abdullah bin Haji Ahmad Badawi

ມຽນມ່າ (Myanmar

ຊື່​ທາງ​ການ : ສະ​ຫະ​ພາ​ມ່ຽນ​ມ່າ (Union of Myanmar)
ທີ່​ຕັ້ງ: ຕັ້ງ​ຢູ່​ທີ່​​ຕິດເສັ້ນສູນສູດ​​ທີ່ 28 ອົງ​ສາ 30 ລິບ​ດາ ເຖິງ 10 ອົງ​ສາ 20 ລິບ​ດາ​ເໜືອ ພູ​ມິ​ປະເທດ​ຕັ້ງ​ຢູ່​ຕາມ​ແນວ​ອ່າວ​ເບງ​ກອນ​ແລະ​ທະ​ເລ​ອັນ​ດາ​ມັນ​ເຮັດໃຫ້​ມີ​ຊາຍ​ຝັ່ງ​ທະ​ເລ​ຍາວ​ເຖິງ 2,000 ໄມລ໌

  • ທາງ​ຕະເວັນ​ອອກ​ສຽງ​ເໜືອ​ຕິດ​ກັບ​ທິ​ເບດ​ແລະ​ຈີນ
  • ທາງ​ຕະເວັນ​ອອກ​ຕິດ​ກັບ​ລາວ
  • ທາງ​ຕະເວັນ​ອອກ​ສຽງ​ໃຕ້​ຕິດ​ກັບ​ໄທ
  • ທາງ​ຕະເວັນ​ຕົກ​ສຽງ​ເໜືອ​ຕິດ​ກັບ​ບັງ​ຄາ​ເທດ​ແລະ​ອິນ​ເດຍ
  • ທາງ​ຕະເວັນ​ຕົກ​ສຽງ​ໃຕ້​ແລະ​ທາງ​ໃຕ້​ຕິດ​ກັບ​ທະ​ເລ​ອັນ​ດາ​ມັນ​ແລະ​ອ່າວ​ເບງ​ກອນ

ພື້ນ​ທີ່:676,577ຕາ​ລາງ​ກິ​ໂລ​ແມັດ
ເມືອງ​ຫລວງ : ເນປີດໍ (Naypyidaw) (ພາສາ​ມຽນ​ມ່າ) ຫລື​ບາງເທື່ອ​ສະ​ກົດ​ເປັນ ເນ​ປີດ​ອ (Nay Pyi Taw) (ມີ​ຄວາມຫມາຍ​ວ່າ ມະຫາ​ລາດ​ທາ​ນີ) ເປັນ​ເມືອງ​ຫລວງ​ແລະ​ເມືອງ​ສູນ​ກາງ​ການ​ບໍລິຫານ​ຂອງ​ສະ​ຫະ​ພາ​ບມ່ຽນ​ມ່າ​ທີ່​ໄດ້​ຍ້າຍ​ມາ​ຈາກ​ຢ່າງ​ກຸ້ງ ຕັ້ງ​ແຕ່​ວັນທີ່ 6 ພຶດ ສະພາ ພ. ສ. 2548 ຕັ້ງ​ຢູ່ໃນ​ຫມູ່ບ້ານ​ (Kyatpyae) ທາງ​ທິດ​ຕະເວັນ​ຕົກ​ຂອງ​ຕົວ​ເມືອງ​ປຽນ​ມາ​ນາ (Pyinmana) ໃນ​ເຂດ​ມັນ​ທະ​ເລ ສະພາບ​ພູ​ມິ​ປະເທດ​ເປັນ​ພູເຂົາ​ໂດຍ​ຮອບ ເມືອງ​ນີ້​ເປັນ​ເມືອງ​ດຽວ​ຂອງ​ປະ​ເທ​ດມ່ຽນມ່າ​ທີ່​ສາມາດ​ໃຊ້​ໄຟ​ຟ້າ​ໄດ້​ຕະຫລອດ 24 ຊົ່ວ​ໂມງ ຊຶ່ງ​ໃນ​ຂະນະ​ທີ່​ເມືອງ​ຫລວງ​ເກົ່າ​ຢ້າງກຸ່ງຈະ​ໄຟ​ຟ້າ​ດັບ​ຢ່າງ​ນ້ອຍ 6 ຊົ່ວ​ໂມງ ເມືອງ​ນີ້​ຢູ່​ຫ່າງ​ຢ້າງກຸ່ງໄປ​ທາງເຫນືອ​ປະ​ມານ 320 ກິ​ໂລ​ແມັດ ບໍ່​ມີ​ສັນ​ຍານ​ໂຊ​ສັບ ຊຶ່ງ​ທາງ​ກາ​ນມ່ຽນມ່າ​ນັ້ນ​ຕ້ອງ​ການ ເມືອງ​ນີ້​ເລີ່ມ​ມີ​ການສ້າງ​ສິ່ງ​ຕ່າງໆ ນຳ​ແລ້ວເຊັ່ນ: ອະ​ພາລ໌​ຕະ​ເມັນທ໌ ຊຶ່ງ​ຄົນ​ພໍ​ມີ​ເງີນ​ທີ່​ຈະ​ມາ​ຊື້​ຢູ່​ອາໄສ ເລີ່ມ​ມີ​ປະຊາຊົນ​ອົບພະ​ຍົບ​ມາ​ອາໄສ​ຢູ່​ຫລາຍ​ໝື່ນ​ຄົນ ແຕ່​ເມືອງ​ຫລວງ​ແຫ່ງ​ນີ້ ຍັງ​ບໍ່​ມີ​ໂຮງຮຽນ ໂຮງໝໍ ປຽບ​ເຫມືອນ​ເມືອງ​ທະຫານ ຊຶ່ງ​ກຳ​ລັງ​ກໍ່​ສ້າງ​ຕໍ່ໄປ
ປະຊາກອນ : ປະ​ມານ 56 ລ້ານ​ຄົນ (ພ. ສ. 2548) ມີ​ເຜົ່າ​ພັນ 135 ເຜົ່າ​ພັນ ປະກອບ​ດ້ວຍ ເຊື້ອຊາດ​ຫລັກໆ 8 ກຸ່ມຄື ພະ​ມ່າ (68%) ໄທ​ໃຫຍ່ (8%) ກະ​ຫລ່ຽງ (7%) ຍະ​ໄຂ່ (4%) ຈີນ (3%) ມອນ (2%) ອິນ​ເດຍ (2%)
ພູ​ມິ​ອາ​ກາດ : ສະພາບ​ພູ​ມິ​ອາ​ກາດ​ສ່ວນ​ໃຫຍ່​ໃນ​ບໍລິເວນ​ທີ່​ເປັນ​ພູເຂົາ​ສູງ​ທາງ​ຕອນ​ກາງ​ແລະ​ຕອນ​ເໜືອ​ຂອງ​ປະເທດ​ຈະ​ມີ​ອາ​ກາດ​ແຫ້ງ​ແລະ​ຮ້ອນ​ຫລາຍ​ໃນ​ລະດູ​ຮ້ອນ ສ່ວນ​ໃນ​ລະດູ​ໜາວ​ອາ​ກາດ​ຈະ​ເຢັນ​ຫລາຍ ຕາມ​ຊາຍ​ຝັ່ງ​ທະ​ເລ​ແລະ​ບໍລິເວນ​ທົ່ງຮາບ​ລຸ່ມ​ແມ່ນ້ຳ​ຈະ​ປັ່ນປ່ວນ​ໃນ​ຊ່ວງ​ປ່ຽນ​ລະດູ ເພາະ​ໄດ້ຮັບ​ອິດທິພົນ​ຂອງ​ພາ​ຍຸ​ດີ​ເປດ​ຊັ່ນ​ສະເໝີ ເຮັດໃຫ້​ບໍລິເວນ​ນີ້​ມີ​ຝົນ​ຕົກ​ຊຸກ​ຫນາແຫນ້ນ​ຫລາຍກວ່າ​ຕອນ​ກາງ​ຫລື​ຕອນ​ເທິງ​ຂອງ​ປະເທດ​ທີ່​ເປັນ​ເຂດ​ເງົາ​ຝົນ ຂໍ້​ແນະ​ນຳ​ສຳລັບ​ນັກ​ທ່ອງ​ທ່ຽວ ຄື ຄວນ​ເດິນທາງ​ໃນ​ຊ່ວງ​ເດືອ​ນພະຈິກ ກຸມພາ ເພາະ​ຝົນ​ບໍ່​ຕົກ ແລະ​ອາ​ກາດ​ບໍ່​ຮ້ອນ​ຈົນ​ເກີນ​ໄປ​
ພາສາ:ພາ​ສາມ່ຽນ​ມ່າ​ເປັນ​ພາສາ​ທາງ​ການ
ສາດສະຫນາ : ສາດສະຫນາ​ພຸດ​ (ມ່ຽນ​ມ່າ​ບັນ​ຍັດ​ໃຫ້​ສາດສະຫນາ​ພຸ​ດ​ເປັນ​ສາດສະຫນາ​ປະຈຳ​ຊາດ​ໃນ ພ. ສ. 2517) 90% ສາດສະຫນາ​ຄິດຕ໌​ 5% ສາດສະຫນາ​ອິດ​ລາມ​ 3.8% ສາດສະຫນາ​ຮິນ​ເບິ່ງ​0.05%
ສະ​ກຸນ​ເງີນ : ຈ໊າ​ດ (Kyat : MMK) ອັດຕາ​ແລກ​ປ່ຽນ​ປະ​ມານ 25 ຈ໊າ​ດະ​ຕໍ່ 1 ບາດ ຫລື​ປະ​ມານ 1,300 ຈ໊າ​ດຕໍ່ 1 ດອນ​ລາ​ສະ​ຫະລັດ (ມິ​ຖຸ​ນາຍ​ນ 2549)
ລະບອບ​ການ​ປົກຄອງ : ພະເດັດ​ການ​ທາງ​ທະຫານ ປົກຄອງ​ໂດຍ​ລັດຖະບານ​ທະຫານ​ພາຍໃຕ້​ສະພາ​ສັນ​ຕິ​ພາບ​ແລະ​ການ​ພັດທະນາ​ແຫ່ງ​ລັດ (State Peace and Development Council – SPDC)

  • ປະ​ທານ​ສະພາ​ສັນ​ຕິ​ພາບ​ແລະ​ການ​ພັດທະນາ​ແຫ່ງ​ລັດ (ປະ​ມຸກ​ປະເທດ) ຄື ພົນ​ເອກ​ອາ​ວຸ​ໂສ ຕານ ສ່ວຍ (Senior General Than Shwe) (ເມ​ສາຍ​ນ 2535)
  • ນາຍົກ-ລັດຖະມົນຕີ (ຫົວ​ໜ້າ​ລັດຖະບານ) ຄື ພົນ. ອ. ທຽນ ເສ່ງ (Gen. Thein Sein) ນາຍົກ-ລັດຖະມົນຕີ​ຄົົນທີ່ 11 ຂອງ​ພະ​ມ່າ (ພ. ສ. 2550)

ຟິ​ລິບ​ປິນສ໌ (Philippines)

ຊື່​ທາງ​ການ : ສາທາລະນະ​ລັດ​ຟິ​ລິບ​ປິນ (Republic of the Philippines)
ທີ່​ຕັ້ງ: ເປັນ​ປະເທດ​ໝູ່​ເກາະ​ທີ່​ປະກອບ​ດ້ວຍ​ເກາະ​ຈຳນວນ​ທັງ​ໝົດ 7,107 ເກາະ ຕັ້ງ​ຢູ່ໃນ​ມະຫາ​ທະເລປາ​ຊິ​ຟິກ ຫ່າງ​ຈາກ​ອາ​ຊີ​ແຜ່ນດິນ​ໃຫຍ່​ທາງ​ຕະເວັນ​ອອກ​ສຽງ​ໃຕ້ ປະ​ມານ 100 ກມ. ແລະ​ມີ​ລັກສະນະ​ພິເສດຄື: ເປັນ​ປະເທດ​ພຽງ​ໜຶ່ງ​ດຽວ​ທີ່​ມີ​ພົມ​ແດນ​ທາງ​ທະ​ເລ​ທີ່​ຕິດ​ຕໍ່​ລະຫວ່າງ​ກັນ​ຍາວ​ຫລາຍ​ທີ່ສຸດ​ໃນ​ໂລກ

  • ທິດ​ຕະເວັນ​ຕົກ​ແລະ​ທິດ​ເໜືອ​ຕິດ​ກັບ​ທະ​ເລ​ຈີນ​ໃຕ້
  • ທິດ​ຕະເວັນ​ອອກ​ແລະ​ທິດ​ໃຕ້​ຕິດ​ກັບ​ມະຫາ​ທະເລ​ແປ​ຊິ​ຟິກ

ພື້ນ​ທີ່:298,170ຕາ​ລາງ​ກິ​ໂລ​ແມັດ
ເມືອງ​ຫລວງ:ມະ​ນິ​ລາ(Manila)
ປະຊາກອນ:88.7ລ້ານ​ຄົນ(ພ.ສ.2550)
ພູ​ມິ​ອາ​ກາດ : ມໍລະ​ສຸມ​ເຂດ​ຮ້ອນ ໄດ້ຮັບ​ຄວາມ​ຊຸ່ມ​ຊື້ນ​ຈາກ​ລົມ​ມໍລະ​ສຸມ​ທັງ 2 ລະດູ ໄດ້ຮັບ​ຝົນ​ຈາກ​ລົມ​ພາ​ຍຸ​ໄຕ້​ຝຸ່ນ ແລະ​ດີ​ເປດ​ຊັ່ນ ບໍລິເວນ​ທີ່​ຝົນ​ຕົກ​ຫລາຍ​ທີ່ສຸດ ຄື ເມືອງ​ບາ​ກຽວ ເປັນ​ເມືອງ​ທີ່​ຝົນ​ຕົກ​ຫລາຍ​ທີ່ສຸດ​ໃນ​ອາ​ຊີ​ຕາເວັນ​ອອກ​ສຽງ​ໃຕ້
ພາສາ : ມີ​ການ​ໃຊ້​ພາສາ​ຫລາຍກວ່າ 170 ພາສາ ໂດຍ​ສ່ວນ​ຫລາຍ​ເກືອບ​ທັງ​ໝົດ​ນັ້ນ​ເປັນ​ຕະກູນ​ພາສາ​ຍ່ອຍ​ມາ​ລາ​ໂຍ-ໂປ​ລິ​ນີ​ຊຽນ​ຕາເວັນ​ຕົກ ແຕ່​ໃນ​ປີ ພ. ສ. 2530 ລັດ​ທຳ​ນູນ​ໄດ້​ລະ​ບຸ​ໃຫ້​ພາສາ​ຟິ​ລິ​ປິ​ໂນ (Filipino) ແລະ​ພາສາ​ອັງ​ກິດເປັນ​ພາສາທາງ​ການ ສ່ວນ​ພາສາ​ຕ່າງ​ປະເທດ​ອື່ນໆ ທີ່​ໃຊ້​ກັນ​ຫລາຍ​ໃນ​ປະເທດ​ຟິ​ລິບ​ປິນສ໌​ມີ​ທັງ​ໝົດ 8 ພາສາ ໄດ້​ແກ່ ພາສາ​ສະ​ເປນ, ພາສາ​ຈີນ​ຮົກ​ກ້ຽນ ພາສາ​ຈີນ​ແຕ້​ຈິ໋ວ ພາສາ​ອິນ​ໂດ​ເນ​ເຊຍ ພາສາ​ຊິນດ໌ ພາສາ​ປັນ​ຈາ ພາສາ​ເກົາ​ຫລີ ແລະ​ພາສາ​ອາ​ຫລັບ ໂດຍ​ຟິ​ລິບ​ປິນ​ນັ້ນ ມີ​ພາສາ​ປະຈຳ​ຊາດ​ຄື: ພາສາ​ຕາ​ກາ​ລັອກ
ສາດສະຫນາ : 92% ຂອງ​ຊາວ​ຟິ​ລິບ​ປິນ​ທັງ​ໝົດ​ນັບ​ຖື​ສາດສະຫນາ​ຄິດຕ໌ ໂດຍ​ 83% ນັບ​ຖື​ນິ​ກາຍ​ໂລ​ມັນ​ຄາ​ທໍ​ລິກ ແລະ​ 9% ເປັນ​ນິ​ກາຍ​ໂປ​ເຕດ​ແຕນຕ໌ ມຸດ​ລິມ​ 5% ພຸ​ທ​ແລະ​ອື່ນໆ3%
ສະ​ກຸນ​ເງີນ : ເປ​ໂຊ (Peso : PHP) ອັດຕາ​ແລກ​ປ່ຽນ​ປະ​ມານ (ຊື້) 0.72 ບາດ/ 1 ເປ​ໂຊ (ຂາຍ)0.75ບາດ/1ເປ​ໂຊ(ມັງກອນ2552)
ລະບອບ​ການ​ປົກຄອງ : ປະ​ຊາ​ທິປະໄຕແບບ​ປະ​ທາ​ນາ​ທິບໍ​ດີ​ເປັນ​ປະ​ມຸກ​ແລະ​ຫົວ​ໜ້າ​ຝ່າຍ​ບໍລິຫານ (ວາ​ລະ 6 ປີ)

  • ປະ​ທາ​ນາ​ທິບໍ​ດີ​ຄົນ​ປະຈຸບັນຄື ນາງ​ກໍ​ເລຍ ມາ​ຄາ​ປາ​ກັນ ອາລ໌​ໂລ​ໂຍ (Gloria Macapagal Arroyo) ຊຶ່ງ​ໄດ້ຮັບ​ການ​ຮັບຮອງ​ໃຫ້ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ​ເມື່ອ​ວັນທີ່ 24 ມິ​ຖຸ​ນາຍ​ນ 2547

ສິ​ງກະໂປ (Singapore)

ຊື່​ທາງ​ການ : ສາທາລະນະ​ລັດ​ສິ​ງກະ​ໂປ (Republic of Singapore)
ທີ່​ຕັ້ງ : ເປັນ​ນະຄອນ​ລັດ ທີ່​ຕັ້ງ​ຢູ່​ເທິງ​ເກາະ​ໃນ​ອາ​ຊີ​ຕະເວັນ​ອອກ​ສຽງ​ໃຕ້ ທີ່​ຈູດ 1°17'35"  ເໜືອ 103°51'20" ຕະເວັນ​ອອກ ຕັ້ງ​ຢູ່​ທາງ​ໃຕ້​ສຸດ​ຂອງ​ຄາບ​ທະເລ​ມາ​ເລ ຢູ່​ທາງ​ໃຕ້​ຂອງ​ລັດ​ຍະ​ໂຮລ໌​ຂອງ​ປະເທດ​ມາ​ເລ​ເຊຍ ແລະ ​ຢູ່​ທາງເຫນືອ​ຂອງ​ເກາະ​ລີ​ເຍົາ​ຂອງ​ປະເທດ​ອິນ​ໂດ​ນີ​ເຊຍ
ພື້ນ​ທີ່ : ປະກອບ​ດ້ວຍ​ເກາະ​ສິ​ງກະ​ໂປ​ແລະ​ເກາະ​ໃຫຍ່​ນ້ອຍ​ບໍລິເວນ​ໃກ້​ຄຽງ 63 ເກາະ ມີ​ພື້ນ​ທີ່ ລວມ​ທັງ​ສິ້ນ 697 ຕາ​ລາງ​ກິ​ໂລ​ແມັດ ເກາະ​ສິ​ງກະ​ໂປ​ເປັນ​ເກາະ​ທີ່​ມີ​ຂະໜາດ​ໃຫຍ່​ທີ່ສຸດ​ມີ​ຄວາມ​ຍາວ​ຈາກ​ທິດ​ຕະເວັນ​ຕົກ​ໄປ​ຕະເວັນ​ອອກ​ປະ​ມານ 42 ກິ​ໂລ​ແມັດ ແລະ​ຄວາມ​ກວ້າງ​ຈາກ​ທິດ​ເໜືອ​ໄປ​ຍັງ​ທິດ​ໃຕ້​ປະ​ມານ23ກິ​ໂລ​ແມັດ
ເມືອງ​ຫລວງ:ສິ​ງກະ​ໂປ
ປະຊາກອນ : 4.35 ລ້ານ​ຄົນ (ພ. ສ. 2548) ປະກອບ​ດ້ວຍ​ຊາວ​ຈີນ 76.5% ຊາວ​ມາ​ເລ 13.8% ຊາວ​ອິນ​ເດຍ 8.1% ແລະ​ອື່ນ 1.6%
ພູ​ມິ​ອາ​ກາດ : ຮ້ອນ​ຊື້ນ ມີ​ຝົນ​ຕົກ​ຕະຫລອດ​ປີ ອຸນຫະພູມ​ສະເລ່່ຍ26.8 ອົງ​ສາ​
ພາສາ : ພາສາ​ທາງ​​ການຄື ພາສາ​ມາ​ເລ (ພາສາ​ປະຈຳ​ຊາດ) ຈີນ​ກາງ (ແມນ​ດາ​ລິນ) ທະ​ມິ ແລະ​ອັງກິດ ສິ​ງກ​ະໂປ໌ສົ່ງ​ເສີມ​ໃຫ້​ປະຊາຊົນ​ເວົ້າ 2 ພາສາ ໂດຍ​ສະເພາະ​ຈີນ​ກາງ ໃນ​ຂະນະ​ທີ່​ພາສາ​ອັງ​ກິດ​ເປັນ​ພາສາ​ທີ່​ໃຊ້​ໃນ​ການ​ຕິດ​ຕໍ່​ງານ​ແລະ​ໃນ​ຊີວິດ​ປະຈຳວັນ
ສາດສະຫນາ : ພຸດ​ 42.5% ອິດ​ລາມ 14.9% ຄິດຕ໌ 14.5% ຮິນ​ດູ 4% ບໍ່​ນັບ​ຖື​ສາດສະຫນາ25%.
ສະ​ກຸນ​ເງີນ : ດອນ​ລາສິ​ງກະ​ໂປ (Singapore Dollar : SGD) ອັດຕາ​ແລກ​ປ່ຽນ (ຊື້) 23 ບາດ/ 1 ດອນ​ລາ​ສິ​ງກ​ໂປ (ຂາຍ) 23.5 ບາດ/ 1 ດອນ​ລາສິ​ງກ​ະໂປ

ລະບອບ​ການ​ປົກຄອງ : ສາທາລະນະ​ລັດ (ປະ​ຊາ​ທິປະໄຕແບບ​ລັດຖະ​ສະພາ ມີ​ສະພາ​ດຽວ) ໂດຍ​ມີ​ປະ​ທາ​ນາ​ທິບໍດີ​ເປັນ​ປະ​ມຸກ ແລະ​ນາຍົກລັດຖະມົນຕີ​ເປັນ​ຫົວ​ໜ້າ​ຝ່າຍ​ບໍລິຫານ

  • ປະ​ທາ​ນາ​ທິບໍ​ດີ ຄື (S R Nathan) (ດຳ​ລົງ​ຕຳແໜ່ງ​ສອງ​ສະໄໝ​ຕັ້ງ​ແຕ່ 1 ກັນຍາ 2542)
  • ນາຍົກລັດຖະມົນຕີ ຄື ນາຍ​ລີ ຊຽນ ລຸງ (Lee Hsien Loong) (12 ສິງ​ຫາກ​ມ 2547)

ປະເທດ​ໄທ (Thailand)

ຊື່​ທາງ​ການ : ລາຊະ​ອານາຈັກ​ໄທ (Kingdom of Thailand)
ທີ່​ຕັ້ງ : ຕັ້ງ​ຢູ່​ເທິງ​ຄາບ​ທະເລ​ອິນ​ໂດ​ຈີນ ໃນ​ອາ​ຊີ​ຕາເວັນ​ອອກ​ສຽງ​ໃຕ້ ມີ​ພົມ​ແດນ​ທາງ​ທິດ​ຕະເວັນ​ອອກ​ຕິດ​ປະເທດ​ລາວ​ແລະ​ປະເທດ​ກຳປູເຈຍ ທິດ​ໃຕ້​ຕິດ​ອ່າວ​ໄທ​ແລະ​ປະເທດ​ມາ​ເລ​ເຊຍ ທິດ​ຕະເວັນ​ຕົກ​ຕິດ​ທະ​ເລ​ອັນ​ດາ​ມັນ​ແລະ​ປະເທດ​ພະ​ມ່າ ແລະ​ທິດ​ເໜືອ​ຕິດ​ກັບ​ປະ​ເທດມ່ຽນມ່າ​ແລະ​ປະເທດ​ລາວໂດຍ​ມີ​ແມ່ນ້ຳ​ໂຂງ​ກັ້ນ​ເປັນ​ບາງ​ຊ່ວງ.
ພື້ນ​ທີ່:
513,115.02ຕາ​ລາງ​ກິ​ໂລ​ແມັດ
ເມືອງ​ຫລວງ:ບາງກອກ(Bangkok)
ປະຊາກອນ:64.7ລ້ານ​ຄົນ(2551)
ພູ​ມິ​ອາ​ກາດ : ເປັນ​ແບບ​ເຂດ​ຮ້ອນ ອາ​ກາດ​ຮ້ອນ​ທີ່ສຸດ​ໃນ​ເດືອນ​ເມ​ສາ​​ເຖິງພຶດສະພາ​​ເປັນ​ລະດູ​ຮ້ອນ ໂດຍ​ຈະ​ມີ​ຝົນ​ຕົກ​ແລະ​ເມກ​ຫລາຍ​ຈາກ​ລົມ​ມໍລະສຸມ​ຕະເວັນ​ຕົກ​ສຽງ​ໃຕ້​ໃນ​ຊ່ວງ​ກາງ​ເດືອ​ນພຶດສະ​ພາ​​ເຖິງ​ເດືອນ​ຕຸລາ​ເປັນ​ລະດູ​ຝົນ ສ່ວນ​ໃນ​ເດືອ​ພະຈິກ​ຈິ​ກ​ເຖິງ​ກາງ​ເດືອນ​ມີ​ນາ ອາ​ກາດ​ແຫ້ງ​ແລະ​ໜາວ​ເຢັນ​ຈາກ​ລົມ​ມໍລະ​ສຸມ​ຕະເວັນ​ອອກ​ສຽງ​ເໜືອ​ເປັນ​ລະດູ​ໜາວ ຍົກ​ເວັ້ນ​ພາກ​ໃຕ້​ທີ່​ມີ​ອາ​ກາດ​ຮ້ອນ​ຊື້ນ​ຕະຫລອດ​ທັງ​ປີ​ຈຶ່ງ​ມີ​ພຽງສອງ​ລະດູ​ຄື​ລະດູ​ຮ້ອນ​ກັບ​ລະດູ​ຝົນ
ພາສາ:ພາສາ​ໄທ​ເປັນ​ພາສາ​ທາງການ
ສາດສະຫນາ : ປະ​ມານ​ 95% ຂອງ​ປະຊາກອນ​ໄທ​ນັບ​ຖື​ສາດສະຫນາ​ພຸ​ດນິ​ກາຍ​ເຖ​ລະວາດ ຊຶ່ງ​ເປັນ​ສາດສະຫນາ​ປະຈຳ​ຊາດ​ໂດຍ​ພຶດ​ຕິ​ໄນ ເຖິງວ່າ​ຍັງ​ຈະ​ບໍ່​ມີ​ການ​ບັນ​ຍັດ​ໃນ​ລັດ​ຖະທຳ​ນູນ​ແຫ່ງ​ລາດ​ອານາຈັກ​ໄທ​ກໍ​ຕາມ ສາດສະຫນາ​ອິດ​ລາມ​ປະ​ມານ 4% ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວ​ໄທ​ທາງ​ພາກ​ໃຕ້​ຕອນ​ລຸມ ສາດສະຫນາ​ຄິດຕ໌​ແລະ​ສາດສະຫນາ​ອື່ນ​ປະ​ມານ​ຮ້ອຍ​ລະ 1%
ສະ​ກຸນ​ເງີນ:ບາດ(Baht:THB)
ລະບອບ​ການ​ປົກຄອງ : ລະບອບ​ປະ​ຊາ​ທິປະໄຕແບບ​ລັດຖະ​ສະພາ ອັນ​ມີ​ພະ​ມະຫາ​ກະສັດ​ຊົງ​ເປັນ​ປະ​ມຸກ

  • ພະ​ມະຫາ​ກະສັດ ຄື ພະ​ບາດ​ສົມ​ເດັດ​ (His Majesty King Bhumibol Adulyadej)
  • ນາຍົກລັດຖະມົນຕີ ຄື ນາ​ຍອະ​ພິ​ສິດ ເວດ​ຊາ​ຊີ​ວະ (Mr.Abhisit Vejjajiva) (17 ທັນວາ ພ. ສ.2551)

ວຽດ​ນາມ (Vietnam)

ຊື່​ທາງ​ການ : ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດ​ນາມ (Socialist Republic of Vietnam)
ທີ່​ຕັ້ງ : ເປັນ​ປະເທດ​ໃນ​ອາ​ຊີ​ຕະເວັນ​ອອກ​ສຽງ​ໃຕ້ ມີ​ພົມ​ແດນ​ຕິດ​ກັບ​ປະເທດ​ຈີນ ທາງ​ທິດ​ເໜືອ, ປະເທດ​ລາວ ແລະ ​ປະເທດ​ກຳປູເຈຍ ທາງ​ທິດ​ຕະເວັນ​ຕົກ ແລະ​ອ່າວ​ຕັງ​ເກ໋ຍ ທະ​ເລ​ຈີນ​ໃຕ້ ທາງ​ທິດ​ຕະເວັນ​ອອກ
ພື້ນ​ທີ່:331,689ຕາ​ລາງ​ກິ​ໂລ​ແມັດ
ເມືອງ​ຫລວງ:ຮາ​ໂນຍ(Hanoi)
ປະຊາກອນ : ປະ​ມານ 86.1 ລ້ານ​ຄົນ (ກໍລະກົດ2551) ເປັນ ຫວຽດ 80% ຂະເຫມລ 10 %(ບໍລິເວນ​ສາມ​ຫລ່ຽມ​ປາກ​ແມ່ນ້ຳ​ໂຂງ​ທາງ​ຕອນ​ໃຕ້​ຂອງ​ປະເທດ) ຕ່າຍ 1.9% ໄທ 1.74% ເໝື່ອງ 1.49% ຮົ້ວ (ຈີນ) 1.13% ນຸງ 1.12% ມົ້ງ 1.03%
ພູ​ມິ​ອາ​ກາດ : ເປັນ​ແບບ​ມໍລະສຸມ​ເຂດ​ຮ້ອນ ຊາຍ​ຝັ່ງ​ທະ​ເລ​ດ້ານ​ຕະເວັນ​ອອກ​ເປີດ​ໂລ່ງ​ຮັບ​ລົມ​ມໍລະ​ສຸມ​ຕະເວັນ​ອອກ​ສຽງ​ເໜືອ​ທີ່​ພັດ​ຜ່ານ​ທະ​ເລ​ຈີນ​ໃຕ້ ເຮັດໃຫ້​ມີ​ໂອ​ກາດ​ຮັບ​ລົມ​ມໍລະສຸມ​ແລະ​ພາ​ຍຸ​ໝຸນ​ເຂດ​ຮ້ອນ ຈຶ່ງ​ມີ​ຝົນ​ຕົກ​​ໃນ​ລະດູ​ໜາວ ສາມາດ​ປູກ​ເຂົ້າ​ໄດ້​ປີ​ລະ 2 ເທື່ອ (ຝົນ​ຕົກ​ຕະຫລອດ​ປີ ໄດ້ຮັບ​ອິດທິພົນ​ຈາກ​ລົມ​ມໍລະສຸມ​ຕະເວັນ​ອອກ​ສຽງ​ເໜືອ) ເປັນ​ປະເທດ​ທີ່​ມີ​ຄວາມ​ຊື້ນ​ປະ​ມານ 84 % ຕະຫລອດ​ປີ ມີ​ປະລິມານ​ຝົນ ຈາກ 120 ເຖິງ 300 ເຊນ​ຕິ​ ມກ​ລ (47 ເຖິງ 118 ນິ້ວ) ແລະ​ມີ​ອຸນຫະພູມ​ສະເລ່ຍ​ຕັ້ງ​ແຕ່ 5°C (41°F) ເຖິງ 37°C (99°F)
ພາສາ : ພາສາ​ວຽດ​ນາມ (Vietnamese) ເປັນ​ພາສາ​ທາງ​ການ ຊຶ່ງ​ເມື່ອ​ປີ ພ. ສ. 2463 ວົງ​ການ​ວິ​ຊາ​ການຫ​ວຽດ​ນາມ​ໄດ້​ລົງ​ປະ​ຊາມ​ະຕິ​ທີ່​ຈະ​ໃຊ້​ຕົວ​ອັກສອນ​ໂລ​ມັນ (quoc ngu) ແທນ​ຕົວ​ອັກສອນ​ຈີນ(ChuNom)ໃນ​ການ​ຂຽນ​ພາສາ​ວຽດ​ນາມ
ສາດສະຫນາ : ສ່ວນ​ໃຫຍ່​ຊາວ​ວຽດ​ນາມ​ນັບ​ຖື​ສາດສະຫນາ​ພຸດ​ ນິ​ກາຍ​ມະຫາ​ຍານ​ສູງ​ເຖິງ​ 70% ຂອງ​ຈຳນວນ​ປະຊາກອນ 15% ນັບ​ຖື​ສາດສະຫນາ​ຄິດຕ໌ ທີ່​ເຫລືອ​ນັບ​ຖື​ລັດ​ທິ​ຂົງ​ຈື້ ມຸດ​ລິມ
ສະ​ກຸນ​ເງີນ : ດົງ (Dong : VND) ອັດຕາ​ແລກ​ປ່ຽນ​ປະ​ມານ 461 ດົງ/ 1 ບາດ (ມັງກອນ 2550)
ລະບອບ​ການ​ປົກຄອງ : ລະບອບ​ສັງຄົມ​ນິຍົມ ໂດຍ​ພັກ​ຄອມ​ມູ​ນິດເປັນ​ພັກ​ການ​ເມືອງ​ດຽວ

  • ປະ​ມຸກ-ປະ​ທາ​ນາ​ທິບ​ດີຄື: ສະຫາຍ​ຫງຽນ ມິນຫ໌ ເຈ໊ຍ​ຕ (Nguyen Minh Triet) (27 ມິ​ຖຸ​ນາຍ​ນ 2549)
  • ຫົວ​ໜ້າ​ລັດຖະບານ-ນາຍົກ-ລັດຖະມົນຕີ ຄື ສະຫາຍ​ຫງຽນ ຖັນ ດຸງ (Nguyen Tan Dung)
  • ເລ​ຂາ​ທິ​ການ​ພັກ​ຄອມ​ມິວ​ນິດຕ໌ ຄື ສະຫາຍ​ໜົ່ງ ດຶ໊​ກ ໝັ່ນ (Nong Duc Manh)