Monday, January 30, 2012

ແຂວງຊຽງຂວາງ

ແຂວງຊຽງຂວາງ ເປັນແຂວງທີ່ຢູ່ພາກ ຕະເວັນອອກ ສ່ຽງເໜືອ ຂອງລາວ ເປັນ ພື້ນທີ່ ຮາບ ຫລາຍແຫ່ງ ຊື່ງເຕັມໄປ ດ້ວຍ ໄຫຫີນ ທີ່ມີອາຍຸ 2 500 :/ 3 000 ປີ ແລະມີຫລາຍພັນອັນ ພ້ອມທັງ ມີທັສນີຍະພາບ ສວຍງາມຂອງນໍ້າຕົກ ຕາດ, ບໍ່ນໍ້າຮ້ອນແລະມີຖໍ້າ ສຳຄັນ:ເຊັນ ຖໍ້າພຣະ, ຖໍ້າຫລົງ, ຖໍ້າປີວພ້ອມດ້ວຍ ເນີນພູອັນຂຽວຂະຈີມີ ລົມພັດໂຊຍ ຕະລອດ ລັດຖະບານລາວ ກຳລັງເລັ່ງຮີບ ເກັບວັດຖຸລະເບີດ ສມັຍສົງຄາມອັນທີ່ບໍ່ໄດ້ຖືກປະ ກາດ ເປັນທາງການ ເພື່ອຈະ ໃຫ້ ແຂວງນີ້ກາຍເປັນ ແຫລ່ງທ່ອງທ່ຽວສຳຄັນ ໃນອະນຸພາກ ແມ່ນໍ້າຂອງ
- ຂໍ້ມູລກ່ຽວກັບໄຫຫິນແຂວງຊຽງຂວາງ ເຊິ່ງເປັນອາຣະຍະທັມຂອງລາວບູຮານມີຢູ່ປະມານ 60 ຈຸດ ແລະປະມານ 1.000 ໜ່ວຍດ້ວຍກັນ
- ຕໍານານໄດ້ບັນທຶກໄວ້ວ່າ ຄົນຮຸ່ນເກົ່າໄດ້ຂຸດເອົາຫິນຂຶ້ນນມາເຮັດເປັນໄຫເພື່ອບັນຈຸເຄື່ອງສັງເວີຍ ຫຼື ສິ່ງຂອງທີ່ອຸທິສໃຫເແກ່ບັນພະບຸຣຸສຜູ່ທີ່ລ່ວງລັບໄປ
- ເສົາຫິນຕັ້ງທີ່ແຂວງຫົວພັນ ເຊິ່ງຖືກວິເຄາະໄວ້ວ່າເປັນອາຣະຍະທັມເຜົ່າດຽວກັນກັບໄຫຫິນ ຄົນຮຸ່ນເກົ່າ ໄດ້ສ້າງເສົາຫິນຕັ້ງເພື່ອເປັນປະກອບພິທີຝັງສົພ ໂດຍເອົາກະດູກຄົນຕາຍໃສໝໍ້ ແລ້ວຝັງໄວ້ບໍຣິເວນເສົາຫິນຕັ້ງ ປະເພນີອັນນີ້ມີການປະຕິບັຕທີ່ໂຄຣາຊ (ສຍາມ)ເໝືອນກັນ
- ໄດ້ມີການສຶກສາຄົ້ນຄວ້າຫຼາຍໆຄັ້ງກ່ຽວກັບຂຸມຝັງສົພບໍໍຣິເວນທົ່ງໄຫຫິນ:
...ໃນທົສວັສ 1930 ສໍາຣວສຄົ້ນຄວ້າໂດຍ Madeleine Colani
...ປາຍສຕະວັສທີ 20 ສໍາຣວຈໂດຍຄນະ Nitta Eiji
...ຄັ້ງຫຼ້າສຸດ ໂຄງການລາວ-ຢູເນສໂກ ເພື່ອປົກປ້ອງຮັກສາມໍຣະດົກທົ່ງໄຫຫິນໂດຍ Assess
ment Ltd. ເປັນຜູ່ດໍາເນີນການສໍາຣວຈໃນ ຄ.ສ. 2004
- ນັກປວັຕສາຕຣ໌ໄດ້ເວົ້າວ່າການທີ່ສົມເດັຈພຣະເຈົ້າໄຊຍະເສດຖາທິຣາຊໄດ້ສ້າງເສົາຫິນຕັ້ງໄວ້ ທີ່ພຣະທາຕຫຼວງ ກໍເປັນປະຕິບັຕຕາມຮີດຄອງປະເພນີບູຮານຂອງລາວຮຸ່ນເກົ່າຢ່າງດີ
- ມີການສັນນິສະຖານກ່ຽວກັບໄຫເຫຼົ້າຂຸນເຈືອງ ກໍອາຈໃຊ້ໄຫບັນຈຸຂອງສັງເວີຍເປັນທີ່ດອງເຫຼົ້າກິນກັນເທົ່ານັ້ນ

ແຄນ ແລະ ສຽງແຄນ

ເມື່ອເວົ້າເຖິງແຄນ ຫລື ໄດ້ຍິນສຽງແຄນ ບໍ່ມີຄົນລາວຜູ້ໃດທີ່ຈະບໍ່ຮູ້ຈັກ , ແຄນ ກາຍເປັນດົນຕີປະຈໍາຊາດລາວອັນມີເອກະ ລັກສະເພາະ ມາ ແຕ່ເຫິງນານແລ້ວເພາະແຄນໄດ້ເຊື່ອມຊືມເຂົ້າໃນ ຊີວິດວັດທະນະທໍາ ຂອງປະຊາຊົນ ລາວບັນດາເຜົ່າໃນ ທົ່ວປະເທດເຊິ່ງບັນດາຂັບ ລໍາທ້ອງຖິ່ນຕ່າງໆ ນັບແຕ່ເຫນືອ ຈົນຮອດໃຕ້ກໍ່ແມ່ນແຄນເປັນ ດົນຕີຫລັກຂອງສິລະປະດົນຕີຂອງປະຊາຊົນລາວບັນດາເຜົ່າ ເຫັນໄດ້ເຊັ່ນ : ທາງພາກເຫນືອ ແລະ ພາກກາງ ມີ ຂັບຊໍາເຫນືອ , ຂັບຊຽງຂວາງ , ຂັບງື່ມ ແລະ ສິລະປະການເປົ່າແຄນຂອງຊົນເຜົ່າມົ້ງ...; ສວ່ນທາງພາກໃຕ້ມີ ລໍາມະຫາໄຊ , ລໍາຕັງຫວາຍ , ລໍາພູໄທ , ລໍາສາລະວັນ , ລໍາບ້ານຊອກ , ລໍາສີພັນດອນ ແລະ ອື່ນໆອີກຢ່າງ ຫລວງຫລາຍ ; ແຄນ ເປັນເຄື່ອງດົນຕີທີ່ມີສຽງອັນອອນຊອນ ເມື່ອຟັງແລ້ວຈະອົດທີ່ຈະບໍ່ ສະແດງອາການ ມ່ວນຊື່ນນັ້ນບໍ່ໄດ້ ເຊິ່ງເຫັນໄດ້ວ່າ ແຄນ ແມ່ນຜູກພັນກັບສາຍເລືອດລາວ ມາແຕ່ບູຮານມາແລ້ວ ແຕ່
ຍັງເປັນຕາຫນ້າເສຍດາຍອີກຢ່າງຫນື່ງ ທີ່ໄວຫນຸ່ມລາວໃນປະຈຸບັນ ໃຫ້ຄວາມສົນໃຈແກ່ ແຄນ ແລະ ສຽງແຄນ ອັນເປັນເຄື່ອງດົນຕີທີ່ຮຽກວ່າເປັນເອກະລັກປະຈໍາຊາດລາວນັ້ນ ນ້ອຍເກີນໄປເຊິ່ງມັນເປັນສິ່ງທີ່ພວກໄທເຮົາເຈົ້າ ຂ້ອຍ ຄິດຫນັກທີ່ສຸດທີ່ວ່າ ສຽງແຄນແດນຈໍາປານັ້ນ ກໍາລັງຈະກາຍເປັນອາດີດ ເມື່ອຄົນລາວສະໄຫມໃຫມ່ຫາກ ລະຖິ້ມຄວາມສົນໃຈ ເຊິ່ງສິ່ງທີ່ບັນພະບູລຸດປະດິດສ້າງຂື້ນມາໃຫ້ຊື່ນຊົມຄືແນວນີ້.

ດັ່ງນັ້ນ ຂ້າພະເຈົ້າຈື່ງຂໍນໍາສະເຫນີ ບັນດາຄວາມຮູ້ກ່ຽວກັບແຄນລາວ ແລະ ວິທີການຮຽນເປົ່າແຄນ ແບບສັງເຂບໃຫ້ແກ່ບັນດາທ່ານ
ໄດ້ຮັບຮູ້ ເຊິ່ງຈະກາຍເປັນກະບອກສຽງອັນຫນື່ງ ເພື່ອສ້າງຄວາມສົນໃຈໃຫ້ເກີດແນວຄິດ ຮັກຫອມແຄນ ແລະ ສຽງແຄນດັ່ງທີ່ຂ້າພະ
ເຈົ້າໃຫ້ຄວາມສົນໃຈນັ້ນ

ໃນນີ້ຂໍສະເຫນີປະຫວັດຄວາມເປັນມາຂອງ ແຄນ ໂດຍສັງເຂບເສຍກ່ອນ.

ແຄນ ແມ່ນເຄື່ອງດົນຕີພື້ນເມືອງປະເພດເປົ່າຊະນິດຫນື່ງ ໃນດົນຕີພື້ນເມືອງລາວສີ່ປະເພດຄື : ດີດ , ສີ , ຕີ ແລະ ເປົ່າ
ເຊິ່ງເປັນຊະນິດທີ່ໄດ້ຮັບຄວາມນິຍົມ ແລະ ນໍາໃຊ້ຢ່າງກວ້າງຂວາງ ໃນກຸ່ມຄົນເຊື້ອຊາດລາວ ນັບເປັນເວລາຫລາຍ ພັນປີມາແລ້ວບັນດານັກປາດອາຈານໃນສະໄຫມບູຮານ ເພິ່ນໄດ້ຂຽນເປັນບົດນິຍາມໄວ້ວ່າ :

" ຄົນລາວ " ຢູ່ເຮືອນຮ້ານ , ປາກເປົ່າແຄນ , ມືປັ້ນເຂົ້າຫນຽວ

ຕາມຫລັກວິທະຍາສາດນັ້ນ ຍັງບໍ່ທັນມີໃຜຄົ້ນຄວ້າພົບຈຸດເລີ່ມຕົ້ນຂອງ ແຄນ ວ່າແມ່ນໃຜເປັນຜູ້ສ້າງຂື້ນມາ ແຕ່ແນ່ນອນວ່າ ແຄນລາວ ແມ່ນຄົນລາວສ້າງຂື້ນເພາະສຽງດົນຕີກົມກືນກັບສຽງຂັບລໍາຂອງສໍານຽງສຽງ ເວົ້າພາສາລາວແທ້ໆ , ເມື່ອເອົາໄປເປົ່າກັບສໍານຽງພາສາອື່ນກໍ່ໄດ້ຢູ່ ແຕ່ມັນກໍ່ຂາດໆເຂີນໆ ບໍ່ມ່ວນຊື່ນອອນຊອນ ເຊັ່ນສຽງຂັບລໍາພາສາລາວ.

ຕາມຂໍ້ມູນທີ່າມາດຢັ້ງຢືນໄດ້ນັ້ນ ໄດ້ກ່າວວ່າ ແຄນລາວ ມີຕົ້ນກໍາເນີດຢູ່ໃນກຸ່ມຄົນລາວ ( ໄຕລາວ )ຢູ່ລຸ່ມແມ່ ນ້ໍາຂອງໂດຍສະເພາະແລະ ແຜ່ກະຈາຍອອກໄປສູ່ທ້ອງຖິ່ນອື່ນໆທີ່ໄກ້ຄຽງ ໂດຍສະເພາະ ໃນກຸ່ມຊົນເຜົ່າ ລາວ - ໄຕ ທັງມວນ ໂດຍການຄົ້ນພົບຄ້ອງບັ້ງບູຮານທີ່ມີຮູບສະຫລັກຄົນເປົ່າແຄນ ເຊິ່ງສາມາດສັນນິຖານໄດ້ວ່າ ແຄນລາວ ອາດກໍາເກີດມາໄດ້ປະມານ 2500 ປີມາແລ້ວ.

ແຄນລາວ ປະກອບມີຫລາຍຮູບແບບດັ່ງນີ້ :

1. ແຄນລາວລຸ່ມ ມີ 4 ຊະນິດຄື :
- ແຄນ 5 ຄູ່
- ແຄນ 6 ຄູ່
- ແຄນ 7 ຄູ່
- ແຄນ 8 ຄູ່
ແຄນລາວໃນສະໄຫມກ່ອນ ແມ່ນມັກໃຊ້ເປົ່າຂັບລໍາຕ່າງ ສວ່ນຫລາຍແມ່ນແຄນ 5 ຄູ່ , 6 ຄູ່ ແລະ 7 ຄູ່ ເທົ່ານັ້ນ ແຕ່ຕໍ່ມາອີງໃສ່ສະພາບຄວາມຕັ້ງການຂອງຍຸກສະໄຫມໃຫມ່ ນັກປະດິດແຄນຈື່ງໄດ້ເພິ່ມສຽງແຄນເຂົ້າເປັນ 8 ຄູ່ ເພື່ອສາມາດຫລິ້ນກັບເຄື່ອງດົນຕີອື່ນໆໄດ້.
2. ແຄນລາວເທິງ ມີ 2 ຊະນິດຄື :
- ເຂດພາກເຫນືອ , ກາງ ແລະ ໃຕ້ ນິຍົມໃຊ້ແຄນ 5 ຄູ່ ແລະ 6 ຄູ່ ກັບລາວລຸ່ມ ໃຊ້ໃນການເປົ່າປະກອບສຽງຂັບລໍາ.
- ເຜົ່າລາວເທິງເຂດ ສາລະວັນ , ເຊກອງ , ອັດຕະປື ເຂົາເຈົ້າປະດິດແຄນ ນ້ໍາເຕົ້າຂື້ນເປັນເອກະລັກສະເພາະ ຂອງຕົນhຊິ່ງໃຊ້ເປົ່າສະແດງປະກອບກັບ ເຄື່ອງດົນຕີພື້ນເມືອງຊະນິດຕ່າງໆ ຫາກບໍ່ແມ່ນໃຊ້ເປົ່າໃນການຂັບລໍາ.
3. ແຄນເຜົ່າມົ້ງ :
ສວ່ນຫລາຍແມ່ນໃຊ້ເປົ່າສະແດງລວດລາຍ , ຄວາມສາມາດ ແລະ ພະລະກໍາລັງ ຄວາມກ້າຫານຂອງຜູ້ເປົ່າ ເຊິ່ງບໍ່ໄດ້ປະກອບໃຫ້ກັບການຂັບລໍາພື້ນເມືອງແຕ່ຢ່າງໃດ.

ບັນດາທ່ານຜູ້ນໍາ ແລະ ນັກປາດອາຈານເພິ່ນໄດ້ສັ່ງສອນໄວ້ວ່າ " ເສຍວັດທະນະທໍາ ແມ່ນເສຍຄວາມເປັນຊາດ " ປະເທດໃດຫນື່ງຖ້າລູກຫລານຊາວຫນຸ່ມ ຍິງ - ຊາຍ ຜູ້ສືບທອດອານາຄົດຂອງປະເທດຊາດ ຫາກຖືເບົາ ບໍ່ເອົາ ໃຈໃສ່ ປ່ອຍປະລະເລີຍ ຕໍ່ສິລະປະວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດຕົນ ພາກັນ ໄປນິຍົມຍົກ ຍ້ອງ ວັດທະນະທໍາຂອງຊາດອື່ນ ບໍ່ດົນນານປານໃດຊາດຂອງຕົນກໍ່ຈະຖືກປ່ຽນແປງ ແລະ ຖືກຊາດອື່ນກືນກີນ ແລະ ເສື່ອມຫາຍໄປໃສທີ່ສຸດ.
ຂໍໃຫ້ຄົນລາວທຸກໆຄົນ ບໍ່ວ່າຫນຸ່ມນ້ອຍ ຍິງ - ຊາຍ ເຖົ້າແກ່ ທີ່ມີນ້ໍາໃຈຮັກຊາດ ແລະ ຮັກວັດທະນະທໍາ ທີ່ເປັນມູນເຊື້ອຂອງຊາດລາວ ຈົ່ງພ້ອມກັນຫັນມາອະນຸລັກຮັກສາ ແລະ ສົ່ງເສີມຄົນລາວໃຫ້ຮູ້ຈັກເປົ່າແຄນ ຈົ່ງເລີ່ມແຕ່ມື້ນີ້ ບໍ່ມີຄໍາວ່າ ແກ່ເກີນຮຽນ ພ້ອມກັນສືບຕໍ່ກ້າວໄປແຕ່ລະຂັ້ນ ດວ້ຍຄວາມເຊື່ອຫມັ້ນ " ຄວາມພະ ຍາຍາມຢູ່ບ່ອນໃດ ຄວາມສໍາເລັດຢູ່ບ່ອນນັ້ນ " ຍັງແມ່ນສັດຈະທໍາທີ່ຖືກຕ້ອງຕະຫລອດການ.

ຂ້າພະເຈົ້າເລີ່ມຮຽນເປົ່າແຄນ ດວ້ຍຕົນເອງເມື່ອສອງປີມານີ້ ເຊິ່ງຍາດເອົາເວລາຫວ່າງຈາກການຮ່ໍໍາລາຮຽນແຄນ ເຊິ່ງປະຈຸບັນພໍສາມາດເປົ່າໄດ້ບາງລາຍເຊັ່ນ : ລາຍນົກໄຊບິນຂ້າມທົ່ງ , ລາຍເຕີ້ຍພະມ້າ , ລາຍເຕີ້ຍຂ້າມຂອງ , ລາຍໂປງລາງ , ລາຍສາລະວັນ , ລາຍພູໄທ , ລາຍລາວສ່ຽງທຽນ ແລະ ບາງເພງເຊັ່ນ : ເພງຊາດລາວ , ຈໍາປາເມືອງລາວ , ເມືອງລາວໃຫມ່ ແລະ ສາວໂພນໂຮງ ເປັນຕົ້ນ.

ໃນບົດຕໍ່ໄປ ຂ້າພະເຈົ້າຈະສະເຫນີໂຄງຮ່າງສຽງຂອງແຄນ ເຊິ່ງຖ້າຜູ້ໃດຫາກສົນໃຈຢາກຮັບຮູ້ວິທີເປົ່າແຄນແລ້ວ ໃນບົດຕໍ່ໄປນີ້ບໍ່ຄວນພາດເດັດຂາດ ເພາະຈະເປັນພື້ນຖານອັນສໍາຄັນ ທີ່ຈະບອກຕໍາແຫນ່ງສຽງຂອງແຄນລາວ.

ອ່າງນ້ຳງື່ມ ທະເລສາບເມືອງລາວ

ອ່າງນ້ຳງື່ມ ທະເລສາບເມືອງລາວ
ເຂື່ອນນ້ຳງື່ມ 1 ໄດ້ກັ້ນນ້ຳງື່ມຢູ່ໃນບໍລິເວນແຂວງວຽງຈັນ, ເຊິ່ງຍອດນ້ຳງື່ມແທ້ໆ ແມ່ນມາແຕ່ແຂວງຊຽງຂວາງ. ຫຼັງຈາກການກັ້ນນ້ຳງື່ມ ທາງໜ້າເຂື່ອນຈຶ່ງກາຍເປັນທະເລສາບຂະໜາດໃຫຍ່ ສຸດສາຍຫູສາຍຕາ ມີເກາະດອນຢັ້ງຢາຍທົ່ວໄປເປັນບ່ອນ ແທ້ໆແລ້ວ ບັນດາເກາະດອນນີ້ກໍຄື ຈອມພູທີ່ເຫຼືອຈາກການຖືກນ້ຳຖ້ວມນັ້ນເອງ ຕອນນີ້ຈຶ່ງກາຍເປັນບ່ອນພັກຜ່ອນ ແລະ ບ່ອນທ່ອງທ່ຽວ ທີ່ສ້າງລາຍໄດ້ໃຫ້ກັບພໍ່ຄ້າແມ່ຂາຍແຖວນັ້ນ ເຊິ່ງມີທັງຮ້າຍຂາຍເຄື່ອງ, ເຮືອແພ, ເຮືອນຳທ່ຽວ ທີ່ມີທັງຊະນິດທີ່ນັ່ງໄປລ້າໆ ກັບຊະນິດທີ່ນັ່ງໄປກິນໄປ ສຳລັບລາຄາຄ່າເຊົ່າເຮືອກໍບໍ່ແພງ ພໍໄປພໍມາຢູ່ ສ່ວນທີ່ພັກກໍມີໂຮງແຮມແດນສະຫວັນ ຣີສອດ ໃຫ້ບໍລິການ ໄດ້ມາດຕະຖານສູງ.
ເສັ້ນທາງການທ່ອງທ່ຽວທະເລສາບ ແມ່ນ ມີໃຫ້ແວ່ຈຸດຊົມວິວ ເປັນອາຄານສີຂາວໂລ່ງ ມີຂັ້ນໄດຂຶ້ນເປັນກຽວກ້ຽວຂຶ້ນຕັ້ງຢູ່ກາງທະເລສາບ ແລະ ມີແຫຼ່ງທ່ອງທ່ຽວອີກສອງແຫ່ງຄື ດອນທ້າວ ແລະ ດອນນາງ. ຟັງຊື່ແລ້ວອາດຈະຈິນຕະນາການ ວ່າເປັນດອນທີ່ີມີເລື່ອງ ລາວກ່ຽວກັບຄວາມຮັກຂອງບ່າວສາວ ຫຼື ນິທານຕຳນານຮັກພື້ນເມືອງຢ່າງແນ່ນອນ ແຕ່ຄວາມຈິງແລ້ວຜູ້ອ່ານຫຼາຍທ່ານກໍຄົງຈະຮູ້ວ່າ ນັ້ນເປັນບ່ອນທີ່ກັບຂັງນັກໂທດ ທີ່ີມີການເຝິກສອນວິຊາຊີບຈັກສານຕ່າງໆໃຫ້ເປັນຢ່າງດີ. ດອນທ້າວ ແມ່ນບ່ອນກັກຂັງນັກໂທດຊາຍ ສ່ວນດອນນາງແມ່ນບ່ອນກັງຂັງຂອງນັກໂທດຍິງ. ບ່ອນກັກຂັງທີ່ນີ້ບໍ່ມີຮົ້ວຫຼືກຳແພງຕຶບໜາຫຼືສູງຊັນແຕ່ຢ່າງໃດ ແຕ່ຖືກອ້ອມລ້ອມດ້ວຍທະເລສາບ ທີ່ມີທັດສະນິຍະພາບອັນສວຍສົດງົດງາມ. ມີນັກທ່ອງທ່ຽວຕ່າງປະເທດບາງຄົນເວົ້າຕະຫຼົກວ່າ ຢາກເປັນນັກໂທດທີ່ຖືກກັກຂັງໃນດອນທ້າວດອນນາງນີ້ແທ້ໆ ເພາະບັນຍາກາດ ແລະ ທິວທັດທຳມະຊາດມັນສວຍງາມກວ່າຕົວເມືອງຂອງເຂົາເຈົ້າຊ້ຳອີກ.
ເຂື່ອນໄຟຟ້ານ້ຳງື່ມ 1 ຕັ້ງຢູ່ໄກຈາກນະຄອນຫຼວງວຽງຈັນະມານ 90 ກິໂລແມັດ ສາມາດຜະລິດກະແສໄຟຟ້າໄດ້ຫຼາຍພໍທີ່ຈະໃຊ້ໃນນະຄອນຫຼວງວຽງຈັນ ແລະ ຍັງໄດ້ສົ່ງຂາຍໃຫ້ປະເທດໄທນຳອີກ