Tuesday, February 14, 2012

ການສັງເກດ..ບຸກຄະລິກລັກສະນະ..ຂອງເດັກອັດສະຣິຍະ

ເດັກອັດສະຣິຍະ..ເກີດຂື້ນໄດ້ທຸກຫົນທຸກແຫ່ງ..ໃນໂລກນີ້
ບໍ່ວ່າຊິເປັນ..ປະເທດທີ່ມີຄວາມຈະເລີນກ້າວໜ້າ..ຮັ່ງມີ
ຫຼືວ່າ..ປະເທດຍາກຈົນ..ດ້ອຍພັດທະນາ..ດ້ອຍການສຶກສາ


ຄວາມບໍ່ຮູ້..ບໍ່ເຂົ້າໃຈ..ລັກສະນະ..ຂອງເດັກອັດສະຣິຍະ
ເຮັດໃຫ້ເຮົາ..ເຂົ້າໃຈຜິດວ່າ..ເປັນເດັກນ້ອຍມີປັນຫາ
ເຮັດໃຫ້ເຮົາ..ບ່ສາມາດພັດທະນາ..ຄວາມສະຫຼາດຂອງເດັກ

ຄວາມຮູ້..ຄວາມເຂົ້າໃຈ..ພັດທະນາການຂອງເດັກນ້ອຍ
ຊິເຮັດໃຫ້ເຮົາ..ສາມາດພັດທະນາລະບບການສຶກສາທີ່ຖືກຕ້ອງ
ຊິເຮັດໃຫ້ເຮົາ..ພັດທະນາປະເທດ..ໃຫ້ມີຄວາມຈະເລີນກ້າວໜ້າ



ພຶດຕິກໍາຂອງເດັກນ້ອຍ..ທີ່ມີລັກສະນະ..ເປັນເດັກອັດສະຣິຍະ

ພຶດຕິກໍາຂອງຄວາມເປັນອັດສະຣິຍະ..ສະແດງອອກມາໄດ້ຫຼາຍ​ຢ່າງ..ແຕກຕ່າງກັນໄປ
ເດັກນ້ອຍຊິມີພຶດຕິກໍາ..ແຕກຕ່າງຈາກທຳມະຊາດ..ຂອງເດັກນ້ອຍໃນໄວດຽວກັນ..ດັງນີ້


1. ມີຄວາມສາມາດຮຽນຮູ້ສິ່ງຕ່າງໆ ໄດ້ໄວ..ມີຄວາມຈຳດີ

2. ມີວຸດທິພາວະ..ຄວາມເປັນຜູ້ໃຫຍ່..ເກີນກວ່າເດັກນ້ອຍໃນໄວດຽວກັນ

3. ສົນໃຈການອ່ານໜັງສື..ມີຄວາມສາມາດໃນການໃຊ້ພາສາ..ໃຊ້ຄຳສັບຕ່າງໆ ໄດ້ດີ


4. ມີນິສັຍ..ມັກການແກ້ປັນຫາ..ໂດຍການທົດລອງ..ໂດຍການປະຕິບັດ..ດ້ວຍວິທີຕ່າງໆ

5. ມີນິສັຍ..ມັກຫຼິ້ນກັບເດັກທີ່ມີອາຍຸຫຼາຍກວ່າ..ສົນໃຈການເວົ້າກັບຜູ້ໃຫຍ່..ຜູ້ເຖົ້າ..ຜູ້ແກ່

6. ເປັນເດັກທີ່ມີຄວາມໄວຕ່ອການຮັບຮູ້..ສິ່ງຕ່າງໆ ທີ່ເກີດຂຶ້ນຮອບຕົວ

7. ມີນິສັຍ..ມັກໃຊ້ຄວາມຄິດ..ສະແດງຄວາມຢາກຮູ້..ຢາກເຫັນ..ດ້ວຍຄວາມຄິດທີ່ເລິກເຊິ່ງເກີນອາຍຸ

8. ມີຄວາມເມດຕາ..ກະລຸນາ..ເຫັນໃຈຜູ້ອື່ນ..ແລະສັດລ້ຽງ

9. ມີນິສັຍ..ມັກເກມທີ່ທ້າທາຍຄວາມຄິດ..ເກມໂຕ​ເລກ​..ເກມທາຍປັນຫາ..ເກມກົນອຸບາຍ


10. ມີນິສັຍ..ກ້າສະແດງຄວາມຄິດເຫັນທີ່ຂັດແຍ້ງ..ກ້າໂຕ້ຕອບກັບຜູ້ໃຫຍ່

11. ສະແດງທ່າທີເບື່ອໜ່າຍ..ຖ້າສິ່ງທີ່ເຮັດ..ງ່າຍເກີນໄປ..ບ່ມີຄວາມທ້າທາຍ

12. ມີລັກສະນະເປັນຄົນມີພະລັງ..ມີຄວາມ​ກະຕື​ລືລົ້ນໃນຕົວເອງສູງ

No comments:

Post a Comment