ສິດທິມະນຸດສະຍະຊົນຄືຫຍັງ
ສິດທິມະນຸດສະຊົນ
(Human
Rights) ໝາຍຄວາມເຖິງ ສິດທິຄວາມເປັນມະນຸດຫລືສິດທິໃນຄວາມເປັນຄົນ ອັນເປັນສິດທິຕາມທຳມະຊາດຂອງມະນຸດທຸກຄົົນທີ່ເກີດມາ ສິດທິມນຸດສະຍະຊົນເປັນສິດທິທີ່ບໍ່ສາມາດໂອນໃຫ້ແກ່ກັນໄດ້ ແລະບໍ່ມີບຸກຄົນ
ອົງກອນ ຫລືແມ່ນແຕ່ລັດສາມາດລ່ວງລະເມີດຄວາມເປັນມະນຸດນີ້ໄດ້ ສິດທິໃນຄວາມເປັນມະນຸດນີ້ເປັນຂອງຄົນທຸກຄົນ ບໍ່ເລືອກວ່າຈະມີເຊື້ອຊາດ
ແຫລ່ງກຳເນີດ ເພດ ອາຍຸ ສີຜິວ ທີ່ແຕກຕ່າງກັນຫລືຈະຍາກດີມີຈົນຫລືເປັນຄົນພິການ ສິດທິມນຸດສະຍະຊົນນັ້ນບໍ່ມີພົມແດນ ການກະທຳໃດທີ່ມະນຸດກະທຳຕໍ່ກັນຢ່າງຫຍາມກຽດແລະລະເມີດສັກສີຂອງຄວາມເປັນຄົນ ບໍ່ວ່າຈະເກີດແກ່ມະນຸດທີ່ປະເທດໃດ ແລະບໍ່ວ່າ ຜູ້ກະທຳການລະເມີດຈະເປັນບຸກຄົນ ກຸ່ມບຸກຄົນ ຫລືລັດໃດລັດໜຶ່ງກໍຕາມ ຖືເປັນການລະເມີດສິດທິມນຸດສະຍະຊົນ
1) ສິດທິ (Rights)
ສິດທິເປັນສິ່ງທີ່ຕິດຕົວມະນຸດທຸກຄົນຕາມທຳມະຊາດທີ່ໄດ້ເກີດມາເປັນມະນຸດ ຊຶ່ງບໍ່ມີໃຜລ່ວງລະເມີດໄດ້ ຄົນທຸກຄົົນທີ່ເກີດມາມີສິດທິທີ່ຈະມີຊີວິດຢູ່ລອດ ແລະຕ້ອງມີຊີວິດຢູ່ຢ່າງສົມກຽດແລະສັກສີຂອງຄວາມເປັນມະນຸດ ຄວາມມີຢູ່ຂອງສິດທິຕາມທຳມະຊາດນີ້ ແມ່ນເມື່ອຍັງບໍ່ມີກົດຫມາຍມາຮອງຮັບ
ສິດທິກໍຍັງມີຢູ່
2) ເສລີພາບ (Freedom)
ເສລີພາບໝາຍເຖິງ ການທີ່ມະນຸດສາມາດເຮັດຫຍັງກໍໄດ້ພາຍໃຕ້ຂອບເຂດຂອງ
ສິນລະທຳອັນດີງາມ ໂດຍບໍ່ບຽດບຽນສັງຄົມ ຫລືບໍ່ລ່ວງລ້ຳສິດທິຂອງບຸກຄົນອື່ນ ຫລືສິດທິຂອງສ່ວນລວມ ເຮົາຈຶ່ງເຫັນວ່າມີການໃຊ້ຄຳ 2 ຄຳນີ້ພ້ອມກັນ ຄືສິດທິ ແລະເສລີພາບ ໃນປະຕິນຍາສາກົນວ່າດ້ວຍສິດທິມະນຸດສະຍະຊົນຂອງສະຫະປະຊາຊາດ (Universal Declaration of Human Rights) ມັກຈະໃຊ້ຄຳວ່າສິດທິແລະເສລີພາບທີ່ຈະສະແດງຄວາມຄິດເຫັນແລະສະແດງອອກ ຫລືສິດທິແລະເສລີພາບໃນການເລືອກຄູ່ຄອງແລະສ້າງຄອບຄົວ
ເປັນຕົ້ນ
3) ສັກສີຄວາມເປັນມະນຸດ (Human Dignity)
ສັກສີຄວາມເປັນມະນຸດ ເປັນຄຳທີ່ອະທິບາຍຄວາມຫມາຍຂອງສິດທິມະນຸດສະຍະຊົນໃນແງ່ຂອງການໃຫ້ຄຸນຄ່າແກ່ຄວາມເປັນຄົນວ່າ ຄົນທຸກຄົນມີຄຸນຄ່າເທົ່າທຽມກັນ ສັກສີຄວາມເປັນມະນຸດ ເປັນຫລັກການສຳຄັນຂອງສິດທິມະນຸດສະຍະຊົນທີ່ກຳນົດສິດທິທີ່ຕິດຕົວມາຕັ້ງແຕ່ເກີດ ໃຜຈະລະເມີດບໍ່ໄດ້ ແລະບໍ່ສາມາດຖ່າຍໂອນໃຫ້ແກ່ກັນໄດ້ ສິດທິນີ້ຄືສິດທິໃນການມີຊີວິດແລະມີຄວາມຫມັ້ນຄົງໃນການມີຊີວິດຢູ່ ຄົນທຸກຄົົນທີ່ເກີດມາເທິງໂລກມີສັກສີຄວາມເປັນມະນຸດ ດັ່ງນັ້ນການປະຕິບັດຕໍ່ກັນຂອງຜູ້ຄົນໃນສັງຄົມຈຶ່ງຕ້ອງເຄົາລົບຄວາມເປັນມະນຸດ ຫ້າມທຳຮ້າຍຮ່າງກາຍ ທໍລະມານຢ່າງໂຫດຮ້າຍ ຫລືກະທຳການໃດໆ ທີ່ຖືເປັນການຫຍຽດຫຍາມຄວາມເປັນມະນຸດ ສັກສີຄວາມເປັນມະນຸດ ໄດ້ຮັບການຮັບຮອງໄວ້ໃນປະຕິນຍາສາກົນວ່າດ້ວຍສິດທິມະນຸດສະຍະຊົນກະຕິກາລະຫວ່າງປະເທດ ອະນຸສັນຍາ ແລະປະຕິນຍາລະຫວ່າງປະເທດຫລາຍສະບັບ
ສັງຄົມປະຈຸບັນມັກລະເລີຍສັກສີຄວາມເປັນມະນຸດ ເພາະມີການໃຫ້ຄຸນຄ່າຂອງຄົນແຕກຕ່າງກັນ ສັງຄົມທົ່ວໄປໃຫ້ຄຸນຄ່າຂອງຄວາມເປັນຄົົນທີ່ສະຖານພາບທາງສັງຄົມຂອງຜູ້ນັ້ນເຊັ່ນ:
ເປັນກຳນັນ ເປັນນາຍທະຫານ
ເປັນນາຍົກລັດຖະມົນຕີ ເປັນຜູ້ພິພາກສາ ສະຖານພາບທາງສັງຄົມຂອງຄົນແຕ່ລະຄົນ ບໍ່ແມ່ນຕົວຊີ້ວັດວ່າມະນຸດຫລືຄົນຄົນນັ້ນມີສັກສີຂອງມະນຸດຫລືບໍ່ ແຕ່ສັກສີຄວາມເປັນມະນຸດ ຄືການໃຫ້ຄຸນຄ່າຄວາມເປັນຄົນຕາມທຳມະຊາດຂອງມະນຸດບໍ່ວ່າຈະເກີດມາພິການ
ເປັນເດັກ ເປັນຜູ້ຍິງ
ຜູ້ຊາຍ ກະເທີຍ ເກີດມາເປັນຄົນປັນຍາອ່ອນ ຫລືຍາກຈົນ ຄົນທຸກຄົົນທີ່ເກີດມາຖືວ່າມີຄຸນຄ່າເທົ່າກັນ ຕ້ອງປະຕິບັດຕໍ່ກັນຢ່າງມະນຸດຢ່າງສະເໝີກັນ ເພາະການປະຕິບັດຕໍ່ກັນຂອງຜູ້ຄົນໃນສັງຄົມຢ່າງສະເໝີກັນເປັນການເຄົາລົບສັກສີມະນຸດ
4) ຄວາມສະເໝີພາບແລະການເລືອກປະຕິບັດ (Equality and Discrimination)
ເກນການວັດວ່າສັງຄົມໜຶ່ງສັງຄົມໃດມີການລະເມີດຫລືເຄົາລົບສິດທິມນຸດສະຍະຊົນກໍຄື ການເບິ່ງວ່າສັງຄົມນັ້ນມີການເຄົາລົບສັກສີຄວາມເປັນມະນຸດຫລືບໍ່ ຕົວຊີ້ວັດຂອງການເຄົາລົບສັກສີຄວາມເປັນມະນຸດກໍຄື ຄວາມສະເໝີພາກ ຫລື ການປະຕິບັດຕໍ່ຄົນທຸກຄົນຢ່າງເທົ່າທຽມກັນ ຫາກມີການປະຕິບັດຕໍ່ມະນຸດໂດຍບໍ່ເທົ່າທຽມກັນ ເຮົາຮຽກວ່າ ການເລືອກປະຕິບັດ
ຄວາມສະເໝີພາກຫລືຄວາມເທົ່າທຽມກັນ ບໍ່ແມ່ນແປວ່າຄົນທຸກຄົນຕ້ອງໄດ້ຮັບເທົ່ານັ້ນ ແຕ່ໝາຍຄວາມວ່າ ໃນສະຖານນະການທີ່ຄືກັນຈະຕ້ອງປະຕິບັດຕໍ່ຄົນດ້ວຍຫລັກການດຽວກັນເຊັ່ນ ການປະກາດຮັບນັກຮຽນເຂົ້າຮຽນປະຖົມສຶກສາໃນໂຮງຮຽນຂອງລັດນັ້ນ ຕ້ອງເປັນການປະກາດແກ່ບຸກຄົນທົ່ວໄປທີ່ມີບຸດອາຍຸຄົບຕາມເກນທີ່ກຳນົດ
ເຊັ່ນ ເດັກທຸກຄົົນທີ່ອາຍຸຄົບ 7 ປີ ມີສິດທິສະໝັກສອບເຂົ້າຮຽນຊັ້ນ ປ. 1 ເປັນຕົ້ນ ໂຮງຮຽນຈະປະກາດວ່າ ໂຮງຮຽນຈະຮັບເດັກທີ່ພໍ່ແມ່ມີອຸປະການເຈົ້າເຂົ້າໂຮງຮຽນ ໂດຍເດັກບໍ່ຕ້ອງສອບເຂົ້າເໝືອນເດັກຄົນອື່ນບໍ່ໄດ້ ຫາກໂຮງຮຽນປະກາດໃນລັກສະນະເຊັ່ນນີ້ ເທົ່າກັບເປັນການໃຊ້ຫລັກເກນທີ່ຕ່າງກັນຕໍ່ການປະຕິບັດໃນສະຖານນະການທີ່ຄືກັນ ຖືເປັນການເລືອກປະຕິບັດ ສ່ວນທີ່ກ່າວວ່າຄວາມເທົ່າທຽມກັນ ຫລືສະເໝີພາກກັນນັ້ນ ບໍ່ໄດ້ແປວ່າຄົນທຸກຄົນຕ້ອງໄດ້ຮັບເທົ່າກັນ ແຕ່ໝາຍຄວາມວ່າ ໃນສະຖານນະການດຽວກັນ ອາດມີການໄດ້ຮັບການປະຕິບັດທີ່ແຕກຕ່າງກັນໄດ້ ເພາະຂໍ້ຈຳກັດຫລືຄວາມຈຳເປັນຂອງບຸກຄົນນັ້ນ ຊຶ່ງບໍ່ຖືວ່າເປັນການບໍ່ສະເໝີພາກຫລືເປັນການເລືອກປະຕິບັດ ເຊັ່ນ ລັດຖະບານປະກາດວ່າຄົນທຸກຄົົນທີ່ມີລາຍໄດ້ຈະຕ້ອງເສຍພາສີໃຫ້ແກ່ລັດເທົ່າກັນທຸກຄົນ ໂດຍບໍ່ຕ້ອງຄຳນຶງວ່າໃຜຈະມີລາຍໄດ້ຫລາຍນ້ອຍເທົ່າໃດ ໂດຍລັດຈະອ້າງວ່ານີ້ຄືການໃຊ້ເກນດຽວກັນ ປະຕິບັດຕໍ່ຄົນທຸກຄົນສະເໝີໜ້າກັນຫລືລັດຈະອອກກົດຫມາຍໃຫ້ຄົນທຸກຄົນຢູ່ເຮືອນການເຄຫະທີ່ລັດຈັດຫາໄວ້ໃຫ້ ເພື່ອສະແດງວ່າຄົນທຸກຄົນຕ້ອງໄດ້ຮັບການປະຕິບັດຢ່າງສະເໝີໜ້າກັນ ຍ່ອມບໍ່-ແມ່ນການອະທິບາຍຫລັກຂອງຄວາມສະເໝີພາກ ເພາະໃນຄວາມເປັນຈິງ ການເສຍພາສີໃຫ້ແກ່ລັດຕາມກຳລັງແຫ່ງລາຍໄດ້ຂອງບຸກຄົນນັ້ນ ຍ່ອມເກີດຄວາມເປັນທຳແກ່ຜູ້ມີລາຍໄດ້ທຸກຄົນ ບໍ່-ແມ່ນໃຫ້ຄົົນທີ່ມີລາຍໄດ້ນ້ອຍຕ້ອງເສຍພາສີເທົ່າຄົົນທີ່ມີລາຍໄດ້ຫລາຍ
ດັ່ງນັ້ນ ຕາມຫລັກການເລື່ອງຄວາມສະເໝີພາກນັ້ນ ຈຶ່ງຕ້ອງເປັນກໍລະນີທີ່ມີຂໍ້ເທັດຈິງ 2 ຊຸດ ຫລືກໍລະນີບຸກຄົນ 2 ຄົນ ຫລືກຸ່ມ 2 ກຸ່ມ ໂດຍນຳຂໍ້ເທັດຈິງທັງສອງມາປຽບທຽບກັນ ໂດຍຢຶດຖືສາລະສຳຄັນຂອງເລື່ອງນັ້ນໆ ເປັນຈຸດໂຍງໃນການປຽບທຽບ ຊຶ່ງຫຍັງຖືເປັນສາລະສຳຄັນຂອງເລື່ອງຫລືກໍລະນີນັ້ນ ໆ ຕ້ອງພິຈາລະນາເປັນກໍລະນີໄປ ເພາະຄວາມເໝືອນຫລືແຕກຕ່າງກັນໃນສາລະສຳຄັນຂອງກໍລະນີນັ້ນຈະກ່ຽວພັນເຖິງຄວາມສາມາດທີ່ຈະຕ້ອງປະຕິບັດໃຫ້ແຕກຕ່າງຫລືຄືກັນ ເຊັ່ນ ກໍລະນີການເສຍພາສີໃຫ້ແກ່ລັດດັ່ງກ່າວຂ້າງຕົ້ນ ສາລະສຳຄັນຂອງກໍລະນີນີ້ຄື ລາຍໄດ້ຂອງແຕ່ລະບຸກຄົນບໍ່ເທົ່າກັນ ຈຶ່ງຕ້ອງເສຍພາສີຕາມສັດສ່ວນຂອງລາຍໄດ້ທີ່ຕົນໄດ້ຮັບ ຈຶ່ງເກີດຄວາມເປັນທຳ ສະເໝີພາກກັນ ບໍ່ຖືເປັນການເລືອກປະຕິບັດ ຫລືໃນກໍລະນີຄົນພິການທີ່ລັດຕ້ອງມີບໍລິການເປັນພິເສດ ເພື່ອໃຫ້ຄົນພິການສາມາດໄດ້ຮັບບໍລິການງ່າຍຂຶ້ນນັ້ນ ບໍ່ຖືວ່າລັດເລືອກປະຕິບັດຕໍ່ຄົນປົກກະຕິ ເພາະສາລະສຳຄັນຂອງກໍລະນີນີ້ຄື ຄົນພິການບໍ່ສາມານເຂົ້າເຖິງບໍລິການຂອງລັດໄດ້ເຊັ່ນຄົນປົກກະຕິ ຈຶ່ງຕ້ອງມີວິທີການພິເສດທີ່ເຮັດໃຫ້ຄົນພິການເຂົ້າເຖິງບໍລິການໄດ້ໂດຍງ່າຍແລະເປັນທຳແກ່ຄົນພິການ ເຊັ່ນ ກໍລະນີກຸງເທບ-ມະຫານະຄອນຈັດລິຟົຕ໌ໃຫ້ຄົນພິການທີ່ສະຖານທີລົດໄຟຟ້າ
BTS ຫລືມີທາງຕີນທີ່ມີທາງລາດໃຫ້ຄົນພິການທີ່ນັ່ງລົດເຂັນສາມາດຂຶ້ນ-ລົງ
ທາງຕີນໄດ້ໂດຍງ່າຍ ເປັນການອຳນວຍຄວາມສະດວກໃຫ້ຄົນພິການ ຖືວ່າເປັນການປະຕິບັດຕໍ່ບຸກຄົນທີ່ມີສາລະສຳຄັນແຕກຕ່າງກັນ ໂດຍບໍ່ຄືກັນ ບໍ່ຖືວ່າເປັນການເລືອກປະຕິບັດ
No comments:
Post a Comment