Saturday, March 24, 2012

ການພັດທະນາຊົນນະບົດຮອບດ້ານ

ພາກພື້ນອາຊຽນ+3 ຫາລື ການພັດທະນາຊົນນະບົດຮອບດ້ານ
*(ຂປລ): ຄະນະຊີ້ນຳພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ແລະ ກະຊວງ ການຕ່າງປະເທດ ຮ່ວມກັບ ອົງການສະຫະປະຊາຊາດເພື່ອ ການພັດທະນາປະຈຳ ສປປ ລາວ ແລະ ກອງເລຂາອາຊຽນໄດ້ຈັດກອງປະຊຸມສຳມະນາພາກພື້ນອາຊຽນກ່ຽວກັບການພັດທະນາຊົນນະບົດຮອບດ້ານ ເພື່ອ ເປັນການແລກປ່ຽນບົດຮຽນ, ປະສົບການ ລະຫວ່າງ ບັນດາປະເທດ ອາຊຽນ+3 ກ່ຽວກັບການພັດທະນາ ຊົນນະບົດຮອບດ້ານ ແລະ ຄົ້ນຄວ້າລົງເລິກ ບາງ ບັນຫາພົ້ນເດັ່ນຢູ່ ສປປ ລາວ ກໍຄື ພາກພື້ນເປັນຕົ້ນ: ການຢຸດຕິ ການຖາງປ່າເຮັດໄຮ່ທຳລາຍສະພາບແວດລ້ອມ, ການພັດທະນາຊົນນະບົດແບບຍືນຍົງ, ການ ສ້າງຕັ້ງກອງ ທຶນພັດທະນາບ້ານ ເພື່ອແກ້ໄຂຄວາມທຸກຍາກ ແລະ ການຊຸກຍູ້ສົ່ງເສີມພາກສ່ວນເສດຖະກິດ ເຂົ້າໄປລົງທຶນ ຢູ່ເຂດຊົນນະບົດຫ່າງໄກສອກ ຫລີກ ແລະ ບັນຫາອື່ນໆ, ນອກນີ້ ຍັງເປັນການຮັດແໜ້ນຄວາມສາມັກຄີ, ຄວາມ ເຂົ້າອົກເຂົ້າໃຈ ແລະ ສາຍພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນຂອງບັນ ດາ ປະ ເທດສະມາຊິກອາຊຽນ ພ້ອມທັງ ເປັນການຍຸກຍູ້ສົ່ງເສີມວຽກງານພັດທະນາຊົນນະບົດຮອບດ້ານ ແລະ ຫລຸດຜ່ອນຄວາມແຕກໂຕນ ກັນ ລະຫວາງ່ ຊົນນະ ບົດກັບຕົວເມືອງ ແລະ ຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງ ບັນ ດາປະເທດສະມາຊິກເກົ່າຂອງອາຊຽນ ກັບບັນດາປະເທດສະມາຊິກໃໝ່ ເພື່ອປະກອບສ່ວນເຂົ້າໃນການສ້າງ ຕັ້ງປະຊາຄົມອາຊຽນ ໃຫ້ສຳເລັດໃນປີ 2015.
ການທີ່ ສປປ ລາວ ໄດ້ຮັບມອບໝາຍຈັດຕັ້ງກອງປະຊຸມສຳຄັນຄັ້ງນີ້ ແມ່ນໄດ້ສະແດງໃຫ້ເຫັນເຖິງ ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກບັນດາປະເທດອາຊຽນ ແລະ ເປັນການປະກອບສ່ວນເຮັດໃຫ້ບົດບາດ ຂອງ ສປປ ລາວ ພົ້ນເດັ່ນຂຶ້ນ ໃນເວທີສາກົນຕື່ມອີກ ທັງເປັນການສົ່ງເສີມຄວາມເຂົ້າໃຈ ຂອງບັນດາປະເທດ ອາ ຊຽນກໍຄືອົງການສາກົນ ຕໍ່ສະພາບຄວາມເປັນຈິງກ່ຽວກັບການພັດທະນາຊົນນະບົດ ແລະ ລືບລ້້າງຄວາມ ທຸກຍາກຢູ່ ສປປ ລາວ ຕໍ່ແນວທາງນະໂຍບາຍ ແລະ ຄວາມພະຍາມຂອງພັກ ແລະ ລັດຖະບານ, ຄວາມເປັນ ເຈົ້າການຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ກັບຄວາມທຸກຍາກ ແລະ ຄວາມດ້ອຍພັດທະ ນາ ພ້ອມທັງ ເປັນການສ້າງເງື່ອນໄຂອັນດີ ໃຫ້ແກ່ການຍາດແຍ່ງການສະໜັນສະໜູນ ແລະ ການຊ່ວຍເຫລືອເພື່ອປະກອບ ສ່ວນ ເຂົ້າໃນການຈັດຕັ້ງປະ ຕິບັດ ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຕິດພັນ ກັບ ການສ້າງບ້ານ ແລະ ກຸ່ມບ້ານພັດທະນາໃຫເປະກົດຜົນເປັນຈິງ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2010 ທີ່ໂຮງແຮມລາວພາຊາ, ນະຄອນຫລວງ ວຽງຈັນ ໂດຍມີທ່ານ ເມກ ພັນລັກ, ລັດຖະມົນຕີຊ່ວຍປະ ຈຳ ສຳນັກງານນາຍົກລັດຖະມົນຕີ, ຮັກສາການຄະນະ ຊີ້ນຳພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ, ມີຜູ້ຕາງໜ້າອົງການ ສະຫະປະ ຊາຊາດ ປະ ຈຳລາວ, ບັນດຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ປະເທດ+ 3 (ສປ ຈີນ, ສ ເກົາຫລີ ແລະ ຍີ່ປຸ່ນ) ແລະ ພາກສ່ວນ ທີ່ກ່ຽວ ຂ້ອງເຂົ້າຮ່ວມ./.

No comments:

Post a Comment