Saturday, March 24, 2012

ວິທີສ້າງພາບພື້ນຫລັງໃຫ້ໂຟເດີ


ວິທີສ້າງພາບພື້ນຫລັງໃຫ້ໂຟເດີ ຫລື USB ແບບລະອຽດທຸກຂັ້ນຕອນ
1. ກ່ອນອື່ນໃຫ້ເປີດ Notepad ຂື້ນມາກ່ອນໂດຍເຂົ້າໄປທີ່
Start Menu => Programs => Accessories => Notepad
ແລ້ວໃຫ້ Coppy Code ລຸ່ມນີ້ໃສ່ Notepad

[ExtShellFolderViews]
{BE098140-A513-11D0-A3A4-00C04FD706EC}={BE098140-A513-11D0-A3A4-00C04FD706EC}

[{BE098140-A513-11D0-A3A4-00C04FD706EC}]
Attributes=2
IconArea_Image=
iconarea_text=0xff0000


2. ໃຫ້ Coppy ເອົາຟາຍ໌ ຮູບທີ່ຕ້ອງການມາໄວ້ໃນໂຟເດີ ຫຼື USB ຫຼື ຊ່ອງ ຮາດດິດກໍ່ໄດ້ຕາມທີຕ້ອງການຈະປ່ຽນພາບພື້ນຫລັງ
ຕົວຢ່າງ: ສົມມຸດຮູບຊື່ Vista Blue Dream.png
ຮູບທີເຮົາເອົາມາໃຊ້ນັ້ນມີຊື່ວ່າ
Vista Blue Dream ແລະ ນາມສະກຸນຂອງຮູບແມ່ນ .png
ກໍ່ໃຫ້ ພີມຊື່ຮູບ ແລະ ນາມສະກຸນໃສ່ ທີ່ IconArea_Image= ກໍ່ຈະເປັນ
IconArea_Image=Vista Blue Dream.png
ຖ້າຕອ້ງການປ່ຽນສີຕົວອັກສອນກໍ່ພຽງແຕ່ ຫາລະຫັດສີມາໃສ່ທີ່ iconarea_text=0x ສ່ວນ 0x ນັ້ນກໍ່ແມ່ນສ່ວນໜຶ່ງຂອງ iconarea_text=0x ຫ້າມລົບເັດຂາດລະຫັດສີນັ້ນຈະຢູ່ຫລັງ 0x ເທົ່ານັ້ນເຊັ່ນລະຫັດສີຟ້າກໍ່ຈະແມ່ນ ff0000 (ຖ້າທ່ານຕອ້ງການປ່ຽນສີຕົວອັກເປັນສີອື້ນ ກໍ່ສາມາດປ່ຽນໄດ້ໂດຍນຳເອົາລະຫັດສີຈາກ ໂປຮແກຮມ Photoshop ມາໃສ່ໄດ້ ຫລື ຖ້າມີບັນຫາກ່ຽວກັບລະຫັດສີສາມາດ MAIL ມາຖາມກັນໄດ້ເດີທີ່
tita_easy@yahoo.com)
u]

  • ໝາຍເຫດ

: ນາມສະກຸນຮູບທີນຳມາໃຊ້ໄດ້ນັ້ນມີ (*.bmp, *.png, *.jpg) ເທົ່ານັ້ນນອກຈາກນີ້ແລ້ວຂ້າພະເຈົ້າເອງກໍ່ບໍ່ເຄີຍໃຊ້ຈັກເທື່ອ ຖ້າໃຜເຄີຍໃຊ້ຮູບທີມີນາມສະກຸນຕ່າງຈາກນີ້ ກໍ່ມາບອກກັນແນ່


3. ເອົາເຂົ້າເລື່ອງກັນຕໍ່ ຫລັງຈາກນັ້ນກໍ່ໃຫ້ Save As ໃຫ້ເລືອກ save ໃສ່ທີ່ທີ່ເຮົາຕ້ອງການປ່ຽນພາບພື້ນຫລັງເດີ ເຊັ່ນ ຂ້າພະເຈົ້າຕ້ອງການປ່ຽນພາບພື້ນຫັຼງຊ່ອງ D: ກໍ່ໃຫ້ເລືອກ save in ທີ່ຊ່ອງ D:
    ສ່ວນ File Name: ໃຫ້ໃສ່ຊື່ວ່າ desktop.ini
    ສ່ານ Save as type: ໃຫ້ປ່ຽນເປັນ All Files ແລ້ວກົດ Save



  • ຢ່າລືມ


ຕ້ອງເອົາທັງສອງ ຟາຍ໌ ນີ້ຢູ່ທີ່ດຽວກັນ ຄື ຟາຍ໌ຮູບ ແລະ ຟາຍ໌ desktop.ini ເຊັ່ນ (ຖ້າຟາຍ໌ຮູບຢູ່ຊ່ອງ D: ຊື່ຮູບ Vista Blue Dream.png ກໍ່ຕ້ອງເອົາຟາຍ໌ desktop.ini ມາວ່າງໄວ້ນຳກັນ) ແລ້ວ ກົດ F5 ທີ່ຄີບອດ ຫລື ຄິຮກ ຂວາ Refresh ກໍ່ຈະໄດ້ພາບພື້ນຫລັງຕາມທີ່ຕ້ອງການແລ້ວ

  • ໝາຍເຫດ

: ຖ້າທ່ານຕ້ອງການປ່ຽນຮູບອື່ນ ກໍ່ພຽງແຕ່ເປີດ ຟາຍ໌ desktop.ini ຂື້ນມາແລ້ວປຽນຊື່ຮູບເຊັ່ນ IconArea_Image=Vista Blue Dream.png ຈາກຮູບVista Blue Dream.png ໄປເປັນຮູບ Love.jpg ກໍ່ຈະເປັນ IconArea_Image=Love.jpg ແທນ ແລະ ສີຕົວອັກສອນກໍ່ຄືກັນ ເບິ່ງຕາມຂໍ້ 2

No comments:

Post a Comment