Tuesday, February 14, 2012

ຄວາມສາມາດພິເສດ..ຂອງເດັກອັດສະຣິຍະ..ມີຄວາມແຕກຕ່າງກັນຫຼາຍປະເພດ

1. ອັດສະຣິຍະທາງດ້ານພາສາ

ເດັກນ້ອຍທີ່ມີຄວາມສາມາດພິເສດດ້ານນີ້..ຊິສາມາດເຂົ້າໃຈພາສາໄດ້ໄວ
ສາມາດໃຊ້ຄຳສັບໄດ້ດີ..ສົນໃຈຄໍາສັບໃໝ່ໆ..ມັກການສະແດງຄວາມຄິດເຫັນ
ມັກການອ່ານ..ການຂຽນ..ການເລົ່າເລື່ອງລາວ..ສົນໃຈສຸພາສິດ..ຄຳສອນຕ່າງໆ


2. ອັດສະຣິຍະທາງດ້ານເຫດຜົນ..ແລະຄະນິດສາດ

ເດັກນ້ອຍທີ່ມີຄວາມສາມາດພິເສດດ້ານນີ້..ສາມາດເຮັດສິ່ງຕ່າງໆ..ໄດ້ຢ່າງເປັນລະບຽບ
ມີຄວາມສາມາດໃນການລຽງລໍາດັບຂັ້ນຕອນ..ຫາຄວາມສໍາພັນຂອງສິ່ງຕ່າງໆ..ໄດ້ດີ
ມັກຈັດສິ່ງຂອງໃຫ້ເປັນລະບົບ..ແບ່ງອອກເປັນໝວດເປັນໝູ່..ໄດ້ຢ່າງມີຫຼັກການ

ມັກຫາວິທີທົດລອງ..ເພື່ອທຳການທົດສອບ..ຂໍ້​ສັງເກດ​ແລະຄວາມຄິດຂອງຕົວເອງ
ມີຄວາມສາມາດຄິດຄຳນວນໃນໃຈໄດ້ໄວ..ມັກການເລ່ນເກມທີ່ມີກົດເກນແລະເຫດຜົນ
ເກມການວາງແຜນຕ່າງໆ..ສາມາດເຂົ້າໃຈແລະໃຊ້ງານຄອມພິວເຕີໄດ້ດີ..ປານວ່າເປັນເລື່ອງທຳມະດາ


3. ອັດສະຣິຍະທາງດ້ານມິຕິສໍາພັນ..ຮູບຊົງແລະໂຄງສ້າງ

ເປັນຄວາມສາມາດຂອງການຄິດເປັນພາບໄດ້..ຮັບຮູ້ເຖິງຄວາມສຳພັນລະຫວ່າງສິ່ງຂອງຕ່າງໆ
ມັກສັງເກດ..ແລະຮັບຮູ້ການປ່ຽນແປງທີ່ເກີດຂຶ້ນ..ເຊັ່ນ ຮູ້ວ່າມີການປ່ຽນຕໍາແໜ່ງຂອງສິ່ງຂອງໃນຫ້ອງ
ສາມາດເຂົ້າໃຈແລະຈົດຈຳແຜນທີ່ໄດ້ດີ..ແຕ່ວ່າເປັນຄົນບໍ່ມັກ..ການຮຽນແບບທ່ອງຈຳ


4. ອັດສະຣິຍະທາງດ້ານດົນຕີ

ມັກເປັນຄົນທີ່ມີຄວາມສາມາດທາງດ້ານດົນຕີ..ຕັ້ງແຕ່ເປັນເດັກນ້ອຍ
ສາມາດຈົດຈຳສຽງ..ແລະທຳນອງໄດ້ດີ..ສາມາດເລ່ນເຄື່ອງດົນຕີໄດ້ເອງ..ໂດຍບໍ່ຕ້ອງມີຄູ​ສອນ​


5. ອັດສະຣິຍະທາງດ້ານການກິລາ..ແລະການເຄື່ອນໄຫວ

ມີຄວາມສາມາດພິເສດ..ໃນການຄວບຄຸມການເຄື່ອນໄຫວຂອງຣ່າງກາຍ..ການຄວບຄຸມຈັງຫວະເວລາ
ມັກເລ່ນກີລາໄດ້ດີ..ເລ່ນກາຍະກຳ..ເຕັ້ນລໍາ..ແລະເປັນນັກສະແດງໄດ້ດີ


6. ອັດສະຣິຍະທາງດ້ານການເຂົ້າສັງຄົມ..ປະຕິ​ສຳພັນ​ກັບຜູ້ອື່ນ

ມີຄວາມສາມາດພິເສດ..ໃນການເວົ້າ..ການສະແດງອອກ..ຢ່າງເປັນທຳມະຊາດ
ຮັບຮູ້..ແລະເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ..ສາມາດຮັບຟັງຄວາມຄິດເຫັນຂອງຄົນອື່ນໄດ້ດີ


7. ອັດສະຣິຍະທາງດ້ານຄວາມເຊື່ອໝັ້ນ..ແລະເປັນຕົວຂອງຕົວເອງ

ເປັນຄົນທີ່ມີພະລັງພິເສດໃນຕົວເອງ..ຮູ້ຕົວວ່າເປັນຜູ້ໄດ໋..ຕ້ອງການອີຫຍັງໃນຊີວິດ
ເຮັດທຸກຢ່າງດ້ວຍຄວາມໝັ້ນໃຈ..ແລະມີເປົ້າໝາຍຊັດເຈນ..ບໍ່ມີຄວາມຫຍໍ້​ທໍ້​ງ່າຍໆ
ບໍ່ກັງວົນກັບຄວາມຮູ້ສຶກຂອງຄົນອື່ນ..ທີ່ມີຕໍ່ຕົວເອງ..ມັກການຢູ່ຄົນດຽວ..ເຮັດຫຍັງຄົນດຽວ


No comments:

Post a Comment