Saturday, March 24, 2012

ຄວາມຫມາຍເທັກ​ໂນ​ໂລ​ຍີ

ເທກ​ໂນ​ໂລ​ຍີ​ແລະ​ການ​ປ່ຽນ​ແປງ ທີ່​ສົ່ງ​ຜົນ​ຕໍ່​ປະ​ຊາ​ຄົມ​ໂລກ
ເທັກ​ໂນ​ໂລ​ຍີ (Technology) ມີ​ຄວາມຫມາຍ​ຂ້ອນ​ຂ້າງ​ກວ້າງ ໂດຍ​ທົ່ວ​ໄປ​ໝາຍ​ເຖິງ​ສິ່ງ​ທີ່​ມະນຸດ​ພັດທະນາ​ຂຶ້ນ ເພື່ອ​ຊ່ວຍ​ໃນ​ການເຮັດວຽກງານ​ຫລື​ແກ້​ບັນຫາ​ຕ່າງໆ ເຊັ່ນ ອຸປະກອນ ເຄື່ອງ​ມື ເຄື່ອງ​ຈັກ​ ວັດ​ດຸ ຫລື​ແມ່ນ​ກະ​ທັ່ງ​ທີ່​ບໍ່​ໄດ້​ເປັນ​ສິ່ງ​ຂອງ​ທີ່​ຈັບ​ຕ້ອງ​ໄດ້ ເຊັ່ນ ກະ​ບວນ​ການ​ຕ່າງໆ ຊັອຟ​ແວລ໌ ເປັນ​ຕົ້ນ ຄຳ​ວ່າ​ເທັກ​ໂນ​ໂລ​ຍີ​ເຖິງແມ່ນ​ຫລາ-ເທື່ອ​ຈະ​ໃຊ້​ໝາຍ​ເຖິງ ສິ່ງ​ປະດິດ​ທີ່​ປະດິດ​ຂຶ້ນ​ໂດຍ​ໃຊ້​ຄວາມ​ຮູ້​ທີ່​ຫາກໍ່​ຄົ້ນ​ພົບ​ຫລື​ພັດທະນາ​ຂຶ້ນ​ມາ ແຕ່​ສິ່ງ​ປະດິດ​ບູຮານ ເຊັ່ນ ລໍ້​ກວຽນ ນັ້ນ​ກໍ​ນັບ​ເປັນ​ເທກ​ໂນ​ໂລ​ຍີ
ເທກ​ໂນ​ໂລ​ຍີ​ກັບ​ວິທະຍາ​ສາດ​ມີ​ຄວາມ​ສຳພັນ​ກັນ​ຫລາຍ ເທກ​ໂນ​ໂລ​ຍີ​ເກີດ​ຈາກ​ພື້ນ​ຖານ​ທາງ​ວິທະຍາ​ສາດ ເປັນ​ການ​ນຳ​ເອົາ​ຄວາມ​ຮູ້​ທາງ​ວິທະຍາ​ສາດ​ມາ​ໃຊ້​ໃນ​ການ​ປະດິດ​ສິ່ງ​ຂອງ​ຕ່າງ  ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ສ່ວນ​ທີ່​ເປັນ​ຂໍ້​ແຕກ​ຕ່າງ​ຄື​ເທກ​ໂນ​ໂລ​ຍີ​ຈະ​ຂຶ້ນ​ຢູ່​ກັບ​ປັດ​ໄຈ​ເສດຖະກິດ ເປັນ​ສິນ​ຄ້າ​ມີ​ການ​ຊື້​ຂາຍ ສ່ວນ​ຄວາມ​ຮູ້​ທາງ​ວິທະຍາ​ສາດ​ເປັນ​ສົມບັດ​ສ່ວນ​ລວມ​ຂອງ​ໂລກ ມີ​ການ​ເຜີຍແຜ່​ໂດຍ​ບໍ່​ມີ​ການ​ຊື້​ຂາຍ​ແຕ່​ຢ່າງ​ໃດ ກ່າວ​ໂດຍ​ສະຫລຸບ​ຄື ເທັກ​ໂນ​ໂລ​ຍີ​ສະໄໝ​ໃໝ່​ເກີດ​ຂຶ້ນ​ໂດຍ​ມີ​ຄວາມ​ຮູ້​ທາງ​ວິທະຍາ​ສາດ​ເປັນ​ຖານ​ຮອງ​ຮັບ
ຄຳ​ວ່າ​ເທັກ​ໂນ​ໂລ​ຍີ​ມີ​ຄວາມ​ສຳພັນ​ກັບ​ການ​ດຳ​ລົງ​ຊີວິດ​ຂອງ​ມະນຸດ​ມາ​ເປັນ​ເວລາ​ດົນ ເປັນ​ສິ່ງ​ທີ່​ມະນຸດ​ໃຊ້​ແກ້​ບັນຫາ​ພື້ນ​ຖານ ໃນ​ການ​ດຳ​ລົງ​ຊີວິດ ເຊັ່ນ ການປູກຝັ້ງ ທີ່​ຢູ່​ອາໄສ ເຄື່ອງ​ນຸ່ງ​ຫົ່ມ ຢາ​ປິ່ນປົວພະຍາດ ໃນ​ລະ​ຍະທຳອິດເທັກ​ໂນ​ໂລ​ຍີ​ທີ່​ນຳ​ມາ​ໃຊ້ ເປັນ​ເທັກ​ໂນ​ໂລ​ຍີ​ພື້ນ​ຖານ​ບໍ່​ສະ​ຫລັບ​ຊັບ​ຊ້ອນ​ເໝືອນ​ດັ່ງ​ປະຈຸບັນ ແຕ່​ໃນ​ປະຈຸບັນ​ຄົງ​ບໍ່​ມີ​ໃຜ​ປະຕິເສດ​ວ່າ​ເທັກ​ໂນ​ໂລ​ຍີ​ມີ​ອິດທິພົນ​ຕໍ່​ຊີວິດ​ມະນຸດ​ເປັນ​ຢ່າງ​ຫລາຍ ຊຶ່ງ​ສັງເກດ​ໄດ້​ຈາກ​ການ​ດຳ​ເນີນ​ຊີວິດ​ໃນ​ປະຈຸບັນ​ນັບ​ຕັ້ງ​ແຕ່​ຕື່ນ​ນອນ​ຈົນກະທັ້ງ​ເຂົ້າ​ນອນ ຊີວິດ​ຂອງ​ມະນຸດ​ຈະ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ເທັກ​ໂນ​ໂລ​ຍີ​ບໍ່​ທາງ​ກົງ​ກໍ​ທາງ​ອ້ອມ ບໍ່​ວ່າ​ຈະ​ເປັນ​ໃນ​ດ້ານ​ອາຫານ​ການ​ກິນ ການ​ແຕ່ງ​ກາຍ ການສ້າງ​ທີ່​ຢູ່​ອາໄສ ຢາ​ປິ່ນປົວພະຍາດ ການເດິນທາງ ການ​ຕິດ​ຕໍ່​ສື່​ສານ​ລະຫວ່າງ​ກັນ​ແລະ ອື່ນໆ ທັງ​ໝົດ​ນີ້​ລ້ວນ​ກ່ຽວ​ຂ້ອງ​ກັບ​ເທກ​ໂນ​ໂລ​ຍີ​ທັງ​ສິ້ນ ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ປະຈຸບັນ​ແທບ​ທຸກ​ປະເທດ​ໃນ​ໂລ​ກ້ວນ​ຕ້ອງ​ການສ້າງ​ຄວາມ​ໄດ້​ປຽບ​ໃນ​ເຊີງ​ການ​ແຂ່ງ​ຂັນ​ກັບ​ປະເທດ​ອື່ນໆ ດ້ວຍ​ການສ້າງ​ອົງຄວາມ​ຮູ້​ທາງ​ດ້ານ​ເທກ​ໂນ​ໂລ​ຍີ​ໃໝ່​ໆ ທັງ​ນີ້​ເນື່ອງ​ຈາກ​ການ​ປ່ຽນ​ແປງ​ທາງ​ເທັກ​ໂນ​ໂລ​ຍີ​ພາຍໃຕ້​ກະ​ແສ​ໂລ​ກາ​ພິ​ວັດເຮັດໃຫ້​ຄວາມ​ໄດ້​ປຽບ​ໃນ​ເລື່ອງ​ຊັບ​ຢາ​ກອນ​ທາງ​ທຳມະຊາດ​ຖືກ​ແທນ​ທີ່​ດ້ວຍ​ຄວາມ​ໄດ້​ປຽບ​ໃນ​ດ້ານ​ເທັກ​ໂນ​ໂລ​ຍີ ຊຶ່ງ​ເປັນ​ຕົວ​ແປ​ທີ່​ສຳຄັນ​ທີ່​ສົ່ງ​ຜົນ​ຕໍ່​ອຳນາດ​ການ​ຕໍ່​ຮອງ​ໃນ​ເວ​ທີ​ການ​ຄ້າ​ລະຫວ່າງ​ປະເທດ ກ່າວ​ຄື​ໃນ​ປະຈຸບັນ​ປະເທດ​ທີ່​ເປັນ​ເຈົ້າ​ຂອງ​ເທັກ​ໂນ​ໂລ​ຍີ​ສາມາດ​ສ້າງ​ຄວາມ​ຈະເລີນ​ມັ່ງ​ຄັ່ງ​ໃນ​ທາງ​ເສດຖະກິດ​ໄດ້​ຢ່າງ​ວ່ອງໄວ​ທັງ​ນີ້​ເນື່ອງ​ມາ​ຈາກ​ຄວາມ​ຈຳ​ເປັນ​ຕ່າງໆ​ໃນ​ດ້ານ​ການ​ດຳ​ລົງ​ຊີວິດ​ຂອງ​ມະນຸດ​ທີ່​ພຶ່ງ​ພາ​ເທກ​ໂນ​ໂລ​ຍີ​ຫລາຍ​ຂຶ້ນ ດັ່ງ​ນັ້ນ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ເລື່ອງ​ທີ່​ກ່ຽວກັບ​ເທກ​ໂນ​ໂລ​ຍີ​ຕ່າງ ທີ່​ມີ​ບົດ​ບາດ​ໃນ​ໂລກ​ຍຸກ​ປະຈຸບັນ ລວມ​ທັງ​ຜົນ​ກະທົບ​ຈາກ​ປ່ຽນ​ແປງ​ທາງ​ເທກ​ໂນ​ໂລ​ຍີ​ທີ່​ມີ​ຜົນ​ຕໍ່​ປະ​ຊາ​ຄົມ​ໂລກ​ຈຶ່ງ​ເປັນ​ສິ່ງ​ທີ່​ຈະ​ຊ່ວຍ​ໃຫ້​ການ​ດຳ​ເນີນ​ຊີວິດ​ທ່າມ​ກາງ​ກະ​ແສ​ໂລກ​ໃນ​ປະຈຸບັນ​ເປັນ​ໄປ​ຢ່າງ​ຫມັ້ນຄົງ​ແລະ​ຮູ້​ເທົ່າ​ທັນ​ເຖິງ​ຜົນ​ກະທົບ​ຂອງ​ການ​ປ່ຽນ​ແປງ​ທີ່​ມີ​ຕໍ່​ຕົນເອງ​ແລະ​ສັງຄົມ

No comments:

Post a Comment