Saturday, March 24, 2012

ປະ​ຕິນ​ຍາ​ສາກົນ​ວ່າ​ດ້ວຍ​ສິດ​ທິມ​ະນຸ​ດສະຍະ​ຊົນ

ປະ​ຕິນ​ຍາ​ສາກົນ​ວ່າ​ດ້ວຍ​ສິດ​ທິມ​ະນຸ​ດສະຍະ​ຊົນ
ຂໍ້
1 ທຸກ​ຄົນ​ມີ​ສັກ​ສີ ສິດ​ທິ ແລະ​ເສ​ລີ​ພາບ​ເທົ່າ​ທຽມ​ກັນ​ແລະ​ຕ້ອງ​ປະຕິບັດ​ຕໍ່​ກິນຄື​ພີ່​ນ້ອງ
ຂໍ້
2 ທຸກ​ຄົນ​ມີ​ສິດ​ທິ ແລະ​ເສ​ລີ​ພາບ ຢ່າງ​ເທົ່າ​ທຽມ​ກັນ​ໂດຍ​ບໍ່​ຖືກ​ເລືອກ​ປະຕິບັດ
ຂໍ້
3 ທຸກ​ຄົນ​ມີ​ສິດ​ທິ​ໃນ​ການ​ມີ​ຊີວິດ​ຢູ່​ແລະ​ມີ​ຄວາມຫມັ້ນຄົງ
ຂໍ້
4. ຫ້າມ​ບັງຄັບ​ຄົນ​ເປັນ​ຂ້າທາດ ແລະ​ຫ້າມ​ຄ້າ​ຂ້າທາດ​ທຸກ​ຮູບ​ແບບ
ຂໍ້
5 ຫ້າມ​ການ​ທໍລະມານ ຫລື​ລົງໂທດ​ທາ​ລຸນ​ໂຫດ​ຮ້າຍ​ຜິດ​ມະນຸດ
ຂໍ້
6 ສິດ​ທິ​ໃນ​ການ​ໄດ້ຮັບ​ການ​ຍອມ​ຮັບ​ວ່າ​ເປັນ​ບຸກ​ຄົນ​ຕາມ​ກົດຫມາຍ
ຂໍ້
7 ສິດ​ທິ​ໃນ​ການ​ໄດ້ຮັບ​ຄວາມ​ຄຸ້ມ​ຄອງ​ຕາມ​ກົດຫມາຍ​ຢ່າງ​ເທົ່າ​ທຽມ​ກັນ
ຂໍ້
8 ສິດ​ທິ​ໃນ​ການ​ໄດ້ຮັບ​ຄວາມ​ຍຽວ​ຢາ​ຈາກ​ສານ
ຂໍ້
9 ຫ້າມ​ການ​ຈັບ​ກຸມ ຄຸມ​ຂັງ ຫລື​ເນນ​ເທດ​ໂດຍ​ພົນ​ການ
ຂໍ້
10 ສິດ​ທິ​ໃນ​ການ​ໄດ້ຮັບ​ການ​ພິຈາລະນາ​ຄະດີ​ຢ່າງ​ເປັນ​ທຳ​ແລະ​ເປີດ​ເຜີຍ
ຂໍ້
11 ສິດ​ທິ​ໃນ​ການ​ໄດ້ຮັບ​ການ​ສັນ​ນິດ​ຖານ​ວ່າ​ບໍລິສຸດ​ກ່ອນ​ສານ​ຕັດ​ສິນ​ແລະ​ຕ້ອງ​ມີ​ກົດຫມາຍ​ກຳນົດ​ວ່າ ການ​ກະທຳ​ນັ້ນ​ເປັນ​ຄວາມ​ຜິດ
ຂໍ້
12 ຫ້າມ​ລົບກວນ​ຄວາມ​ເປັນ​ຢູ່​ສ່ວນ​ຕົວ ຄອບຄົວ ເຄ​ຫະ​ [ສຖານ] ການ​ຕິດ​ຕໍ່​ສື່​ສານ​ລວມ​ທັງ ຫ້າມ​ທຳລາຍ​ຊື່​ສຽງ​ແລະ​ກຽດຕິຍົດ
ຂໍ້
13 ເສ​ລີ​ພາບ​ໃນ​ການເດິນທາງ ແລະ​ເລືອກ​ຖິ່ນ​ທີ່​ຢູ່ໃນ​ປະເທດ ລວມ​ທັງ​ການ​ອອກ​ນອກ​ປະເທດ ຫລື​ກັບ​ເຂົ້າ​ປະເທດ​ໂດຍ​ເສ​ລີ
ຂໍ້
14 ສິດ​ທິ​ໃນ​ການ​ລີ້ໄພ​ໄປ​ປະເທດ​ອື່ນ ເພື່ອ​ໃຫ້​ພົ້ນ​ຈາກ​ການ​ຖືກ​ປະ​ຫັດ​ປະຫານ
ຂໍ້
15 ສິດ​ທິ​ໃນ​ການ​ໄດ້ຮັບ​ສັນ​ຊາດ​ແລະ​ປ່ຽນ​ສັນ​ຊາດ
ຂໍ້
16 ສິດ​ທິ​ໃນ​ການ​ເລືອກ​ຄູ່​ຄອງ​ແລະ​ສ້າງ​ຄອບຄົວ
ຂໍ້
17 ສິດ​ທິ​ໃນ​ການ​ເປັນ​ເຈົ້າ​ຂອງ​ຊັບ​ສິນ
ຂໍ້
18 ເສ​ລີ​ພາບ​ໃນ​ຄວາມ​ຄິດ ມະ​ໂນ​ທຳ ຄວາມ​ເຊື່ອ ຫລື​ການ​ຖື​ສາດສະຫນາ
ຂໍ້
19 ເສ​ລີ​ພາບ​ໃນ​ການ​ສະແດງ​ຄວາມ​ຄິດ​ເຫັນ​ແລະ​ສະແດງ​ອອກ​ລວມ​ທັງ​ການ​ໄດ້ຮັບ​ຂໍ້​ມູນ​ຂ່າວ​ສານ
ຂໍ້
20 ສິດ​ທິ​ໃນ​ການ​ຊຸມ​ນຸມ​ໂດຍ​ສະຫງົບ​ແລະ​ລວມ​ກຸ່ມ ແລະ​ຫ້າມ​ບັງຄັບ​ເປັນ​ສະມາຊິກ​ສະມາຄົມ
ຂໍ້
21 ສິດ​ທິ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ລັດຖະບານ​ທັງ​ທາງ​ກົງ​ແລະ​ໂດຍ​ຜ່ານ​ຜູ້​ແທນ​ຢ່າງ​ອິດສະຫລະ​ແລະ​ມີ​ສິດ​ທິ ເຂົ້າ​ເຖິງ​ບໍລິການ​ສາທາລະນະ​ໂດຍ​ເທົ່າ​ທຽມ​ກັນ
ຂໍ້
22 ສິດ​ທິ​ໃນ​ການ​ໄດ້ຮັບ​ຄວາມຫມັ້ນຄົງ​ທາງ​ສັງຄົມ ແລະ​ໄດ້ຮັບ​ສິດ​ທິ​ທາງ​ເສດຖະກິດ ສັງຄົມ ວັດທະນະທຳ ໂດຍ​ການ​ກຳນົດ​ລະບຽບ ແລະ​ທັບ​ຢາ​ກອນ​ຂອງ​ປະເທດ​ຕົນເອງ
ຂໍ້
23 ສິດ​ທິ​ໃນ​ການ​ມີ​ງານ​ເຮັດ​ຕາມ​ທີ່​ຕ້ອງ​ການ ແລະ​ໄດ້ຮັບ​ການ​ປະ​ກັນ​ການ​ວ່າງ​ງານ ລວມ​ທັງ​ໄດ້ຮັບ ຄ່າ​ຕອບ​ແທນ​ເທົ່າ​ກັນ ສຳລັບ​ງານ​ຢ່າງ​ດຽວ​ກັນ ແລະ​ລາຍ​ໄດ້​ຕ້ອງ​ພຽງ​ພໍ​ແກ່​ການ​ດຳ​ລົງ​ຊີບ ສຳລັບ​ຕົນ​ແລະ​ຄອບຄົວ ຕະຫລອດ​ຈົນ​ສິດ​ທິ​ກໍ່​ຕັ້ງ​ແລະ​ເຂົ້າ​ຮ່ວມ​ສະ​ຫະ​ພາບ​ແຮງ​ງານ
ຂໍ້
24 ສິດ​ທິ​ໃນ​ການ​ພັກ​ຜ່ອນ ແລະ​ມີ​ເວລາ​ພັກ​ຈາກ​ການ-ເຮັດ-ວຽກງານ
ຂໍ້
25 ສິດ​ທິ​ໃນ​ການ​ໄດ້ຮັບ​ມາດຕະຖານ​ການ​ຄອງ​ຊີບ​ຢ່າງ​ພຽງ​ພໍ​ແລະ​ໄດ້ຮັບ​ປັດ​ໄຈ​ສີ່ ຕະຫລອດ​ຈົນ​ຕ້ອງ​ຄຸ້ມ​ຄອງ​ແມ່​ແລະ​ເດັກ​ເປັນ​ພິເສດ
ຂໍ້
26 ສິດ​ທິ​ໃນ​ການ​ໄດ້ຮັບ​ການສຶກສາ​ຢ່າງ​ເທົ່າ​ທຽມ​ກັນ
ຂໍ້
27 ສິດ​ທິ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວັດທະນະທຳ​ແລະ​ວິ​ຖີ​ຂອງ​ຊຸມ​ຊົນ ແລະ​ໄດ້ຮັບ​ການ​ຄຸ້ມ​ຄອງ ຊັບ​ສິນ​ທາງ​ປັນຍາ
ຂໍ້
28 ສັງຄົມ​ຕ້ອງ​ມີ​ລະບຽບ​ທັງ​ໃນ​ລະ​ດັບ​ປະເທດ​ແລະ​ລະຫວ່າງ​ປະເທດ ເພື່ອ​ໃຫ້​ບຸກ​ຄົນ​ໄດ້ຮັບ​ສິດ​ທິ ແລະ​ເສ​ລີ​ພາບ​ຕາ​ມົບ​ຕິນ​ຍາ​ນີ້
ຂໍ້
29 ບຸກ​ຄົນ​ຍ່ອມ​ມີ​ຫນ້າທີ່​ຕໍ່​ຊຸມ​ຊົນ ການ​ໃຊ້​ສິດ​ທິ​ເສ​ລີ​ພາບ​ຈະ​ຕ້ອງ​ເຄົາລົບ​ໃນ​ສິດ​ທິ​ແລະ​ເສ​ລີ​ພາບ ຂອງ​ຜູ້​ອື່ນ
ຂໍ້
30 ຫ້າມ​ບໍໃຫ້​ລັດ ກຸ່ມ​ຊົນ ຫລື​ບຸກ​ຄົນ ກະທຳ​ການ​ທຳລາຍ​ສິດ​ທິ​ແລະ​ເສ​ລີ​ພາບ​ທີ່​ໄດ້ຮັບ​ການ​ຮັບຮອງ ໃນ​ປະ​ຕິນ​ຍາ​ນີ້

No comments:

Post a Comment